ຫວຽດນາມຕອບສະໜອງວັນYogaສາກົນ21/6
ທ່ານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ວັນບຸນ
(ພາບ: Chinhphu.vn) |
(vovworld) – ຕອນເຊົ້າວັນທີ 21/6, ສະຖານທູດ ອິນເດຍ ປະຈຳ ຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຈັດຕັ້ງວັນ Yoga ສາກົນຄັ້ງທີ 1 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດສະໜັບສະໜູນຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ອິນເດຍ ກ່ຽວກັບການເລືອກວັນທີ 21/6 ປະຈຳປີເປັນວັນ Yoga ສາກົນ. ຈາກນັ້ນ, ບັນດາປະເທດສະມາຊິກ ສປຊ ກໍ່ຮັບຮອງເອົາຂໍ້ລິເລີ່ມນີ້, ນີ້ແມ່ນເຫດການທີ່ໄດ້ຮັບການສະໜັບສະໜູນຫຼາຍທີ່ສຸດໃນປະຫວັດສາດຂອງ ສປຊ ນັບແຕ່ກ່ອນມາຮອດປະຈຸບັນ. ທ່ານ ຫງວຽນທ້ຽນເຍີນ, ໃຫ້ຮູ້ວ່າ:
“ປະຫວັດຄວາມເປັນມາຂອງ yoga ແມ່ນເລີ່ມມາຈາກ ອິນເດຍ ກ່ອນນີ້ນັບພັນປີ. ມີຫຼາຍຄົນໄດ້ຮູ້ຈັກເຖິງຜົນປະໂຫຍດຂອງ yoga ແລະ ປະຈຸບັນ, yoga ໄດ້ດຳເນີນຢູ່ຫຼາຍປະເທດໃນໂລກ. Yoga ໄດ້ຊ່ວຍກັນພະຍາດ, ສົ່ງເສີມສຸຂະພາບ ແລະ ມີປະສິດທິຜົນ…ພ້ອມກັບປະຊາຊົນໃນ 192 ປະເທດ, ມື້ນີ້, ພວກເຮົາໄດ້ເຂົ້າຮ່ວມວັນບຸນ yoga ຫວຽດນາມ ແລະ ມີໂອກາດເຂົ້າໃຈແຈ້ງກ່ວາກ່ຽວກັບຜົນປະໂຫຍດຂອງ yoga ແລະ ວິທີເຊິ່ງ Yoga ປະກອບສ່ວນເພື່ອສັນຕິພາບໃນທົ່ວໂລກ ເພື່ອຄວາມກົມກຽວປອງດອງກັບທຳມະຊາດ. ”