ມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກຢູ່ຖະໜົມຈ່າງຕຽນ-ຮ່າໂນ້ຍ
(ພາບ: http://dantri.com.vn)
(vovworld)- ດ້ວຍສານທີ່ວ່າ: ຈົ່ງເຄື່ອນໄຫວເພື່ອໃຫ້ຫນ່ວຍໂລກຂຽວກວ່າ”, ການມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກປີນີ້ຮຽກຮ້ອງບັນດາຄະນະຂະແໜງການ, ວິສາຫະກິດ, ອົງການຈັດຕັ້ງຕ່າງໆ ແລະ ທຸກຄົນເຂົ້າຮ່ວມເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ. ບັນດາການເຄື່ອນໄຫວໄດ້ພ້ອມກັນຈັດຂຶ້ນຢູ່ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດໃນຕອນຄ່ຳວັນທີ 29/3 ໂດຍມີການເຂົ້າຮ່ວມຂອງນັກຮຽນນັກສຶກສາ ແລະ ນັກອາສາສະໝັກນັບໝື່ນໆຄົນ.
ກ່າວຄຳເຫັນທີ່ພິທີປຸກລະດົມຕອບສະໜອງການມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ ປີ 2014 ໃນຕອນຄ່ຳວັນທີ 29/3, ທ່ານຫວູ້ຮົ່ງແຄງ, ຮອງປະທານຄະນະກຳມະການ ປຊຊ ນະຄອນຮ່າໂນ້ຍ ຢືນຢັນວ່າ:
“ນະຄອນຮ່າໂນ້ຍໃຫ້ຄຳໝັ້ນສັນຍາວ່າ: ບໍ່ພຽງແຕ່ມອດໄຟ ໃນເວລາ 1 ຊົ່ວໂມງເທົ່ານັ້ນ, ຫາກຍັງຈະປະຕິບັດບັນດາການເຄືອ່ນໄຫວທີ່ແທດຈິງອື່ນໆອີກໃນຕະຫຼອດປີ, ພ້ອມກັນປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນປະຕິບັດຫົວເລື່ອງຂອງຮ່າໂນ້ຍໃນປີຮັກສາຄວາມເປັນລະບຽບຮຽບຮ້ອຍສີວິໄລໃນເຂດຕົວເມືອງ“.
ຢູ່ນະຄອນໂຮ່ຈິມິນ, ບັນດາເພື່ອນໜຸ່ມໄດ້ເຂົ້າຮ່ວມການເຄືອ່ນໄຫວທີ່ມີຊື່ວ່າ: “ໜ່ວຍໂລກຂຽວຂຶ້ນກັບການກະທຳຂອງເພື່ອນ“ ແລະ “ໜ່ວຍໂລກພວກມອດໄຟ 1 ຊົ່ວໂມງ“. ໃນຕອນຄ່ຳຂອງວັນທີ 29/3 ດຽວກັນນີ້, ສະມາຊິກຊາວໜຸ່ມ, ຊາວໜຸ່ມ 500 ຄົນໄດ້ຕອນສະໜອງການມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກຢູ່ນະຄອນໂຮ້ຍອານ ແຂວາງກວາງນາມ, ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ໂຄສະນາ, ຍົກສູງຄວາມຮັບຮູ້ຂອງ ປຊຊ ແລະ ແຂກທ່ອງທ່ຽວໃນການປົກປັກຮັກສາສິ່ງແວດລ້ອມ, ປະຢັດພະລັງງານ; ມຸ້ງໄປເຖິງການສ້ງໂຮ້ຍອານກາຍເປັນນະຄອນຊີວະພາບແຫ່ງທຳອິດຂອງທົ່ວປະເທດ./.