ຫວຽດນາມຕາງໜ້າໃຫ້ປະຊາຄົມໃຊ້ພາສາຝຣັ່ງໃນວັນພາສາຝຣັ່ງສາກົນ

ຫວຽດນາມຕາງໜ້າໃຫ້ປະຊາຄົມໃຊ້ພາສາຝຣັ່ງໃນວັນພາສາຝຣັ່ງສາກົນ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ຈຸ​ງ ກ່າວ​ຄຳ​ເຫັນ​ນະ​ພິ​ທີ
ພາບ:vietnamplus.vn
(vovworld) –​ ວັນ​ທີ 20/3, ຢູ່​ນະຄອນ Xai-Xai, Mozambique, ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ພາສາ​ຝຣັ່ງສາກົນ ​ໂດຍບັນດາ​ກະຊວງ​ສຶກສາ ​ແລະ ພັດທະນາ​ມະນຸດ, ກະຊວງວັດທະນະທຳ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສົມທົບ​ກັນ​ຈັດ​ຕັ້ງ ພ້ອມ​ກັບ​ສະຖານທູດ​ບັນດາ​ປະ​ເທດ​ເວົ້າ​ພາສາ​ຝຣັ່ງ ຢູ່ Mozambique. ປີ 2015, ຫວຽດນາມ ​ເປັນ​ກຽດ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນ​ຜູ້ຕາງໜ້າ​ໃຫ້​ປະຊາ​ຄົມ​ໃຊ້​ພາສາ​ຝຣັ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ, ສື່ສານ​ກ່ຽວ​ກັບ​ການ​ໃຊ້​ພາສາ​ຝຣັ່ງຢູ່ Mozambique ​ເຊິ່ງປະຈຸ​ບັນ​ແມ່ນ​ປະ​ເທດສັງ​ເກດ​ການ​ຂອງ​ອົງການ​ສາກົນ​ໃຊ້​ພາສາ​ຝຣັ່ງ (OIF). ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ ​ແລະ ​ໄຂສັບປະດາ​​​ໃຊ້​ພາສາ​ຝຣັ່ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ Mozambique ຫງວຽນ​ວັນ​ຈຸ​ງ ຍົກ​ໃຫ້​ເຫັນ​: ບັນດາ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝຣັ່ງ​ໃນ​ການ​ຮັກສາດ້ານ​ພາສາ ​ແລະ ວັດທະນະທຳ​ຫຼາຍ​ແບບ, ຫຼາຍ​ຮູບ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃຕ້-​ໃຕ້, ປະກອບສ່ວນ​​ເຂົ້າໃນ​ ​ຄວາມມານະ​ພະຍາຍາມລວມ ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ຄື ​ໂລກລະບາດ, ​ໄພ​ທຳ​ມະ​ຊາດ, ທຳລາຍ​ສິ່ງ​ແວດ​ລ້ອມ…

        ​ໃນ​ຂອບ​ເຂດ​ສັບປະດາ​ໃຊ້ພາສາ​ຝຣັ່ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ Mozambique ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ “ທັດສະນີ​ຍະ​ພາບ ​ແລະ ຊາວ ຫວຽດນາມ”. ງານ​ວາງສະ​ແດງ​ກໍ່​ແມ່ນ​ການ​ເຄື່ອນ​ໄຫວວັດທະນະທຳ​ຄັ້ງ​ທຳ​ອິດ, ​ເປີດ​ສາກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ- Mozambique.

ຂ່າວ/ບົດ​ອື່ນ