ຫວຽດນາມຖືການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກັບຝ່າຍອາເມລິກາເປັນສຳຄັນ

ຫວຽດນາມຖືການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກັບຝ່າຍອາເມລິກາເປັນສຳຄັນ - ảnh 1
ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຢີ​ນ
ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Osius

(vovworld) – ຕອນ​ເຊົ້າ​ວັນ​ທີ 5/8, ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Osius, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຢີ​ນ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ ອາ​ເມ​ລິ​ກາ, ​ແຜນ​ນະ​ໂຍບາຍ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກັບ​ຝ່າຍ ອາ​ເມ​ລິ​ກາ, ບໍ່​ພຽງ​ແຕ່​ໃນ​ການ​ຮ່ວມ​ມື 2 ຝ່າຍເທົ່າ​ນັ້ນ ຫາກ​ຍັງ​ຮ່ວມ​ມືພາກ​ພື້ນ ​ແລະ ສາກົນອີກ​ດ້ວຍ​. ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຢີ​ນ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​​ໃນການ​ພົວພັນ 2 ປະ​ເທດ ນັບ​ແຕ່​​ເມື່ອ 2 ປະ​ເທດສ້າງການ​ພົວພັນ​ເປັນ​ປົກກະຕິກ່ອນ​ນີ້ 20 ປີຜ່ານມາ. ທ່ານ​ເອກ​ອັກຄະ​ລັດ​ຖະທູດ ອາ​ເມ​ລິ​ກາ Ted Osius ​ໃຫ້​ຮູ້​ວ່າ: ​ໂຄງການ​ຮ່ວມ​ມື​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ນັບ​ມື້​ນັບ​ອຸດົມສົມ​ບຸນ, ຮອບດ້ານ​ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດ​ການ​ພົວພັນ 2 ຝ່າຍ​ເທົ່າ​ນັ້ນ ​ເຊິ່ງທັງ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ​ຄື: ການປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ, ການ​ຄ້າ​ການ​ລົງທຶນ, ຮັກສາ​ສັນຕິພາບ…. ທ່ານ​ເອກ​ອັກຄະ​ລັດ​ຖະທູດ ອາ​ເມ​ລິ​ກາ Ted Osius ກໍ​ຢືນຢັນ​ວ່າ: ປະ​ຈຸ​ບັນ​ບັນດາ​ຝ່າຍ​ໄດ້​ມຸ່ງ​ເຖິງ​ສຳ​ເລັດ​ການ​ເຈລະຈາ TPP ​​ເພື່ອ​ລົງ​ນາມ​​ຮັບຮອງ​ເອົາ​ສັນຍາ​ນີ້ ​ແລະ ​ເວລາ ອາ​ເມ​ລິ​ກາ ມຸ່ງ​ຫວັງ​ວ່າ: ຈະ​ກາຍ​ເປັນ​ນັກ​ລົງທຶນ​ອັນ​ດັບ 1 ຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ