ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ແລະ ເຈົ້າຊາຍ Andrew
ພາບ:baomoi.com
|
(VOVworld)- ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ນຳຫນ້າຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ ແຕ່ວັນທີ 24-26/4. ໃນໄລຍະຢູ່ຢ້ຽມຢາມອັງກິດ, ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໄດ້ພົບປະກັບອົງມົງກຸດ ລາຊະກຸມມານແຄ້ວນ York, ເຈົ້າຊາຍ Andrew ແລະ ການພົບປະຄັ້ງຕ່າງໆອີກ.
ທີ່ການພົບປະ, ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຢືນຢັນ: ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບລາຊະອານາຈັກອັງກິດ, ໃນນັ້ນ ຈຸດສຸມແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ສະເຫນີ ລາຊະວົງ ແລະ ລັດຖະບານອັງກິດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ສະຫນັບສະຫນູນຫວຽດນາມອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020- 2021. ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໃຫ້ຄຳໝັ້ນສັນຍາສືບຕໍ່ສ້າງເງື່ອນໄຂສະດວກເພື່ອດຶງດູດບັນດາວິສາຫະກິດ ອັງກິດ ລົງທຶນ, ມອບໂອນເຕັກໂນໂລຊີ, ດຳເນີນທຸລະກິດຢ່າງຍາວນານຢູ່ຫວຽດນາມ.
ອົງມົງກຸດ ລາຊະກຸມມານແຄ້ວນ York, ເຈົ້າຊາຍ Andrew ແລະ ບັນດາການນຳ ອັງກິດ ຕີລາຄາສູງບັນດາຜົນງານໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ແລະເນັ້ນຫນັກວ່າ ລັດຖະບານໃຫມ່ຂອງອັງກິດ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນກັບຫວຽດນາມ.