ຫວຽດນາມຖືຢີປຸ່ນເປັນຄູ່ຮ່ວມມື ສຳຄັນແຖວໜ້າແລະຍາວນານ
ທ່ານ ດິງເທ໋ຮິງ ຕ້ອນຮັບ ທ່ານ Fukada Hiroshi
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ຜູ້ປະຈຳຄະນະເລຂາທິການທ່ານ ດິງເທ໋ຮິງ ຢືນຢັນຄືດັ່ງກ່າວ ທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳຫວຽດນາມ Fukada Hiroshi ໃນຕອນບ່າຍວັນທີ 2/6. ຜູ້ປະຈຳການຄະນະເລຂາທິການໃຫຍ່ ດິງເທ໋ຮິງ ຕີລາຄາສູງປະສິດທິຜົນ ຂອງການຊ່ວຍເຫຼືອທາງການ (ODA) ແລະ ການຮ່ວມມື ຂອງຍີ່ປຸ່ນ ສຳລັບຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງປາຖະໜາວ່າ ທັງສອງຝ່າຍ ຈະມານະພະຍາຍາມ ປະຕິບັດບັນດາຄຳໝັ້ນສັນຍາ ຂອງການນຳຂັ້ນສູງ ຂອງສອງປະເທດ ຢ່າງມີປະສິດທິຜົນ, ຮັກສາການຢ້ຽມຢາມ ແລະ ການພົບປະຂັ້ນສູງເປັນປະຈຳ, ຍົກສູງປະສິດທິຜົນ ບັນດາກົນໄກຮ່ວມມື ລະຫວ່າງ ສອງປະເທດ ແລະ ຊຸກຍູ້ການເຊື່ອມຈອດ ລະຫວ່າງ ສອງພື້ນຖານເສດຖະກິດ, ເພີ່ມທະວີການສົມທົບກັນ ຢູ່ບັນດາເວທີປາໄສໃນພາກພື້ນ ແລະ ໃນໂລກ. ທ່ານ ດິງເທ໋ຮິງ ກໍ່ສະເໜີທ່ານເອກອັກຄະລັດຖະທູດ Fukada Hiroshi ສືບຕໍ່ສົມທົບກັບບັນດາອົງການ ກ່ຽວຂ້ອງ ແລະ ບັນດາທ້ອງຖີ່ນ ຂອງຫວຽດນາມ ເພື່ອຍູ້ແຮງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ ເພື່ອການພັດທະນາແບບຍືນຍົງ ແລະ ຜົນປະໂຫຍດຂອງປະຊາຊົນຫວຽດນາມ ແລະ ຍີ່ປຸ່ນ.
ສ່ວນທ່ານ ເອກອັກຄະລັດຖະທູດ Fukada Hiroshi ກໍ່ປາຖະໜາຢາກຊຸກຍູ້ການພົວພັນ ລະຫວ່າງ ສອງປະເທດ ໃຫ້ພັດທະນາຢ່າງຮອບດ້ານ, ລວມມີການເພີ່ມທະວີການພົວພັນ ລະຫວ່າງ ພັກສອງປະເທດ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ພິເສດ ແມ່ນພັດທະນາພື້ນຖານໂຄງລ່າງ ທີ່ມີຄຸນນະພາບສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ໜູນຊ່ວຍ ຫວຽດນາມ ຍົກສູງຄວາມສາມາດຄຸ້ມຄອງການບໍລິຫານລັດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ພັດທະນາບັນດາຂະແໜງອຸດສາຫະກຳສຳຮອງ, ກະສິກຳ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຍູ້ແຮງການຮ່ວມມື ລະຫວ່າງ ສອງປະເທດ ໃນບັນດາບັນຫາພາກພື້ນ ແລະ ສາກົນ.