ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ,ເພີ່ມທະວີການຮ່ວມມືຮອບດ້ານກັບຈີນ

ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ,ເພີ່ມທະວີການຮ່ວມມືຮອບດ້ານກັບຈີນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ເທີ
(ພາບ: cri.cn)


(vovworld) – ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ ຫວຽດນາມ​ ແມ່ນ​ຖື​ເປັນ​ສຳຄັນ​ການພັດທະ​ນາ​ການ​ພົວພັນ​ມິດ​ຕະ​ພາບ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ - ​ນັ້ນແມ່ນ​ຄຳ​ຢັ້ງຢືນຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຈີນ ຫງວຽນ​ວັນ​ເທີ ​ໃນ​ການ​ພົບ​ປະ​ກັບສື່​ມວນ​ຊົນ​ເມື່ອ​ວັນ​ທີ 16/12 ຢູ່​ນອກ​ກອງ​ປະຊຸມ​ການ​ທູດ ຄັ້ງ​ທີ 28, ​ເຊິ່ງພວມ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ.

    ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ເທີ ​ແລ້ວ, ​ນັບແຕ່​ຕົ້ນ​ປີ​ 2013 ມາ​ຮອດ​ປະຈຸ​ບັນ, ພິ​ເສດ​ແມ່ນ​ພາຍຫຼັງ​ການ​ໂອ້​ລົມ​ທາງ​ໂທລະສັບ​ລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ  ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສື​ຈີ້​ນຜິ​ງ, ການ​ຢ້ຽ​ມຢາມ​ທາງລັດຖະກິດ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ຢູ່​ຈີນ, ການ​ພົບ​ປະລະ​ຫວ່າງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ແລະ ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽງ ຢູ່ ໜາມ​ໜິງ ​ແລະ ຫວ່າງ​ແລ້ວນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽງ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ມີ​ບາດກ້າວ​ພັດທະນາ​ໃໝ່. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ເທີ ຢັ້ງຢືນ​ວ່າ:

    ນະ​ໂຍບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ແມ່ນ​ຖື​ເປັນ​ສຳຄັນ​ການພັດທະ​ນາ​ການ​ພົວພັນ​ມິດ​ຕະ​ພາບ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ. ການ​ພົວພັນ​ກັບ ຈີນ ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ຫວຽດນາມ, ຊຸກ​ຍູ້ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ ກໍ່ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ບັນດາ​ຄວາມ​ຄືບ​ໜ້າ​ໃນ​ການ​ພົວພັນ ຫວຽດນາມ - ຈີນ ​ແມ່ນ​ຄວາມ​ປາດ​ຖະໜາຂອງ​ການ​ນຳ ກໍ່​ຄື​ປະຊາຊົນ ຫວຽດນາມ.”

    ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ເທີ ​ໃຫ້​ຮູ້​ວ່າ, ຈະ​ແກ້ໄຂ​ບັນຫາ​ນີ້​ເທື່ອ​ລະ​ກ້າວບົນ​ພື້ນຖານ​ການ​ເຈລະຈາ​ມິດຕະພາບ, ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ທະ​ເລ​ປີ 1982.

    ກ່ຽວ​ກັບ​ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ ຫວຽດນາມ - ຈີນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ເທີ ກໍ່​ໃຫ້​ຮູ້​ຈຸດໝາຍ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ວາງ​ອອກ​ແມ່ນ​ຮອດ​ປີ 2015, ວົງ​ເງິນການ​ຄ້າ 2 ສົ້ນ​ບັນ​ລຸ 60 ຕື້ USD ​ແມ່ນສາມາດ​ເປັນ​ໄປ​ໄດ້.


ຂ່າວ/ບົດ​ອື່ນ