ຫວຽດນາມຖືເປັນສຳຄັນການຮັກສາສິ່ງແວດລ້ອມໃນການພັດທະນາເສດຖະກິດ,ສັງຄົມ
ທ່ານປະທານປະເທດ ເຈີນດ້າຍກວາງ
ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ຊັບພະຍາກອນນ້ຳສິງກະໂປ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 24/04, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Masagos Zulkifli, ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ຊັບພະຍາກອນນ້ຳສິງກະໂປ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານປະເທດ ເຈີນດ້າຍວາງ ໄດ້ເນັ້ນໜັກວ່າ, ການຮັກສາສິ່ງແວດລ້ອມແມ່ນບັນຫາຮີບດ່ວນ, ຫວຽດນາມ ສືບຕໍ່ສຸມໃສ່ເສດຖະກິດ, ສັງຄົມ ແຕ່ຕາມທິດພັດທະນາແບບຍືນຍົງ, ຍາມໃດກໍ່ຖືເປັນສຳຄັນປັດໃຈຮັກສາສິ່ງແວດລ້ອມ. ສິງກະໂປ ເປັນທີ່ຮູ້ຈັກກັນດີແມ່ນປະເທດຂຽວ, ສະອາດ, ຊວຍງາມ, ທັນສະໄໝ ແລະ ສີວິໄລ, ສະນັ້ນ, ຫວຽດນາມ ປາດຖະໜາຢາກຮ່ຳຮຽນເອົາບົດຮຽນຂອງສິງກະໂປ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ, ແຫຼ່ງນ້ຳ, ພັດທະນານະຄອນຂຽວ.
ສ່ວນທ່ານລັດຖະມົນຕີ Masagos Zulkifli, ໄດ້ສະແດງຄວາມເຫັນດີເຫັນພ້ອມກ່ຽວກັບບັນຫາສິງແວດລ້ອມຂອງທ່ານປະທານປະເທດເຈີນດ້າຍກວາງ, ພ້ອມທັງຖືວ່າ, ບັນຫາມົນລະຜິດສິ່ງແວດລ້ອມບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງປະເທດໃດໜຶ່ງ, ຫາກກະທົບເຖິງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ທົ່ວໂລກເວົ້າລວມ. ທ່ານລັດຖະມົນຕີ Masagos Zulkifli ສະເໜີທີ່ກອງປະຊຸມກ່ຽວກັບສິ່ງແວດລ້ອມໂດຍສະຫະປະຊາຊາດ ຈັດຕັ້ງຢູ່ Nairobi, ປະເທດ Kenya ໃນທ້າຍປີ 2017, ຫວຽດນາມ ແລະ ບັນດາປະເທດອາຊຽນ ຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງທັດສະນະຂອງອາຊຽນ ກ່ຽວກັບບັນຫາດັ່ງກ່າວ.