(vovworld) - ”ບໍ່ມີເລື່ອງຫວຽດນາມກູ້ຢືມຫຼືຕັ້ງໃຈກູ້ຢືມທຶນຂອງກອງທຶນເງິນຕາສາກົນ (IMF) ເພື່ອແກ້ໄຂໜີ້ເສຍ” ນັ້ນແມ່ນຄຳຢັ້ງຢືນຂອງທ່ານຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ Le Minh Hung, ຕໍ່ໜ້າຂ່າວຄາວຈຳນວນໜຶ່ງທີ່ຖືວ່າຫວຽດນາມຕ້ອງຮຽກຮ້ອງການກູ້ຊ່ວຍຈາກ IMF . ໃນຂະນະນັ້ນ, ຕາມການຕີລາຄາຂອງລັດຖະບານ ແລະ IMF ແລ້ວ, ສະພາບການເສດຖະກິດມະຫາພາກຢູ່ຫວຽດນາມ ໃນປະຈຸບັນໄດ້ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງຕາມທິດເປັນປົກກະຕິ, ພິເສດແມ່ນດຸ່ນການຄ້າ ແມ່ນບັນລຸລະດັບເຫຼືອເຟືອສູງ, ການສະສົມເງິນຕາກົນເພີ່ມຂຶ້ນຢ່າງແຮງ, ຄວາມໄວ້ເນື້ອເຊື່ອໃຈຂອງຕະຫຼາດ ແລະ ໝູ່ມະຫາຊົນໄດ້ຮັບການປັບປຸງຢ່າງແຮງ. ໃນສະພາບການເສດຖະກິດມະຫາພາກເປັນປົກກະຕິຄືແນວນັ້ນ ບໍ່ມີສາຍເຫດໃດເພື່ອເຮັດໃຫ້ຫວຽດນາມ ຕ້ອງສຳພັດກັບສິນເຊື່ອຂອງ IMF.