(ພາບປະກອບ)
(vovworld) - ຫວຽດນາມບັນລຸຜົນງານສຳຄັນໃນການປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການຕ້ານການສໍ້ລາດບັງຫຼວງ. ນີ້ແມ່ນຂໍ້ສັງເກດທີ່ຖືກຍົກອອກມາທີ່ກອງປະຊຸມສຳມະນາ ຕີລາຄາກ່ຽວກັບການປະຕິບັດສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ເຊິ່ງດຳເນີນໃນຕອນເຊົ້າວັນທີ 8/12, ຢູ່ ຮ່າໂນ້ຍ. ກອງປະຊຸມສຳມະນາໂດຍອົງການກວດກາລັດຖະບານ ສົມທົບກັບອົງການ ປ້ອງກັນຕ້ານອາດສະຍາກຳ ແລະ ຢາເສບຕິດຂອງ ສະຫະປະຊາຊາດປະຈຳ ຫວຽດນາມ (UNODC) ຈັດຕັ້ງ. ບັນດາຄວາມເຫັນທີ່ກອງປະຊຸມສຳມະນາຖືວ່າ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການປະຕິບັດສັນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ລະບອບ, ນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນໄດ້ຮັບການປັບປຸງໃຫ້ດີກວ່າ, ປະຕິບັດໜ້າທີ່ອະພິປາຍ, ເພີ່ມທະວີການກວດກາ, ຕິດຕາມກວດກາ, ແກ້ໄຂການລະເມີດ, ປ່ຽນໃໝ່ແບບວິທີຊີ້ນຳນຳພາວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ… ວຽກງານໂຄສະນາສຶກສາ, ເຜີຍແຜ່ກົດໝາຍກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຖືກນຳເຂົ້າລະບົບສຶກສາ, ບຳລຸງສ້າງ ແລະ ຜັນຂະຫຍາຍຢ່າງກວ້າງຂວາງ, ໃນເບື້ອງຕົ້ນໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.