ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເຄື່ອນໄຫວຂອງອາຊຽນຢູ່ຈີເລ
ທ່ານ ໂງດືກທັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີເລມອບໂອນຕຳແຫນ່ງປະທານໝູນວຽນໃຫ້ແກ່ທ່ານ Philemon Arobaya ເອກອັກຄະລັດຖະທູດ ອິນໂດເນເຊຍ
ພາບ:ສະຖານທູດຫວຽດນາມປະຈຳຈີເລ
|
(vovworld)- ວັນທີ 31/3, ທ່ານ ໂງດືກທັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີເລ ໄດ້ເປັນປະທານວາລະປະຊຸມສຸດທ້າຍໃນອາຍຸການປະທານຄະນະກຳມະການ ອາຊຽນ ຢູ່ ຈີເລ ຂອງຫວຽດນາມ, ໂດຍມີການເຂົ້າຮ່ວມຂອງບັນດາທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ, ມາເລເຊຍ, ຟິລີບປີນ ແລະ ໄທ ຢູ່ ນະຄອນຫລວງ Santiago. ບັນດາທ່ານເອກອັກຄະລັດຖະທູດ ຢືນຢັນວ່າ: ໃນຖານະຕຳແຫນ່ງເປັນປະທານ, ຫວຽດນາມ ໄດ້ສຳເລັດຫນ້າທີ່ຂອງຕົນເປັນຢ່າງດີ. ໃນອາຍຸການ 2016, ຫວຽດນາມ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາວັດທະນະທຳ, ປະເທດຊາດ, ປະຊາຊົນຂອງແຕ່ລະປະເທດໃນອາຊຽນ ສຳເລັດຜົນກໍຄືປະຊາຄົມອາຊຽນ ທັງໝົດ ຜ່ານກອງປະຊຸມສຳມະນາຫົວເລື່ອງສະເພາະກັບນັກສຶກສາຢູ່ມະຫາວິທະຍາໄລ, ການສຳພາດບັນດາທ່ານເອກອັກຄະລັດຖະທູດທາງໂທລະພາບ, ການພົບປະແຂ່ງຂັນກິລາ ແລະ ສະແດງສິລະປະ. ເນື່ອງໃນໂອກາດນີ້, ທ່ານ ໂງດືກທັງ ໄດ້ມອບໂອນຕຳແຫນ່ງປະທານໝູນວຽນໃຫ້ແກ່ທ່ານ Philemon Arobaya ເອກອັກຄະລັດຖະທູດ ອິນໂດເນເຊຍ.