ຫວຽດນາມປະກອບ ສ່ວນເຂົ້າໃນຂະບວນ ການບໍ່ຮ່ວມກຸ່ມ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ

ຫວຽດນາມປະກອບ ສ່ວນເຂົ້າໃນຂະບວນ ການບໍ່ຮ່ວມກຸ່ມ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ - ảnh 1
ຮອງລັດຖະມົນຕີ ເລເລືອງມິນ ກ່າວຄຳເຫັນນະພິທີ
(ພາບ: dangcongsan.vn)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ໃນ​ໂລກ​ໜຶ່ງ​ທີ່​ມີ​ການ​ທ້າ​ທາຍ​ຫຼາຍ​ຢ່າງ”, ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ຄັ້ງທີ 3 ກ່ຽວ​ກັບ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​​ໄດ້​ຖືກຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຫາ 14/2/2012 ຢູ່ Doha, ປະ​ເທດ Qatar, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 300 ຄົນ ຂອງ​ບັນດາ​ປະ​ເທດ​ສະມາຊິກ ​​ແລະ ​ບັນດາ​ອົງການ​ສາກົນ. ກອງ​ປະຊຸມ​ໄດ້​ສຸມ​ໃສ່ປຶກສາ​ຫາລື​ບັນດາ​ການ​ທ້າ​ທາຍ​ທີ່​ມີ​ຕໍ່​ພາລະກິດ​ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ​ແບ່ງປັນ​ບັນດາ​ບົດຮຽນ, ຂໍ້​ລິ​ເລີ່​ມ​ໃນການ​ແກ້​ໄຂ​ບັນດາ​ຄວາມ​ຫຍູ້​ງຍາກ ​ແລະ ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ ​ແລະ ​ໂຄງການ​ເຄື່ອນ​ໄຫວ Doha ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​​ເທດ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ຊຸກຍູ້​ບົດບາດ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ຂອງ​ຊີວິ​ດສັງ​ຄົມ, ພ້ອມ​ກັນ​ນັ້ນ​ກໍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ຈຸດໝາຍ​ລວມຂອງ​ຂະ​ບວນການບໍ່​ຮ່ວມ​ກຸ່ມ .

ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ​ເລ​ເລືອ​ງມິນ, ຫົວ​ໜ້າ​ຄະນະ​ຫວຽດນາມ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ສະມາຊິກ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ປະຕິບັດຖະ​ແຫຼ​ງການ ​ແລະ ​ໂຄງການ​ເຄື່ອນ​ໄຫວ Guatemala (2009) ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ຊົມ​ເຊີຍ​ການສ້າງຕັ້ງ​ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ຄວາມ​ສະ​ເໝີ​ບພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ​ເພີ່ມ​ທະວີ​ບົດບາດ​ຂອງ​ແມ່ຍິງ (ຫຼື UNWomen), ຖື​ນີ້​ແມ່ນ​ກຳລັງ​ໜູນ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ໃນ​ທົ່ວ​ໂລກ. ທ່ານ​ຮອງ​ລັດຖະມົນຕີ ​ເລ​ເລືອ​ງມິນ ​ໄດ້​ປະກາດວ່າ: ຫວຽດນາມ​ໄດ້​​ເຂົ້າ​ຮ່ວມຢ່າງຕັ້ງໜ້າ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫ​ວຮ່ວມ​ມື​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ​ໃນ​ຂອບ​ເຂດ​ອາ​ຊຽນ ດ້ວຍ​ການ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່າ​ໂນ້ຍ ກ່ຽວ​ກັບ​ສະຫວັດດີ​ການ ​ແລະ ການ​ພັດທະນາ​ຂອງ​ແມ່ຍິງ, ​ເດັກນ້ອຍເມືອ​ປີ 2010 ​ແລະ ສ້າງ​ຕັ້ງ​ຄະນະ​ກຳມະການ​ອາຊຽນກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ບັນດາ​ສິດ​ຂອງ​ແມ່​ຍິງ ​ແລະ ​ເດັກນ້ອຍ (ຫຼື ACWC). ທ່ານ​ຮອງ​ລັດຖະມົນຕີ ​ເລ​ເລືອ​ງມິນ  ​ເນັ້ນ​ໜັກ​ວ່າ: ​​ໂດຍແມ່ນ​ສະມາຊິກ​ຕັ້ງໜ້າ​ຂອງຂະ​ບວນການ​ບໍ່​ຮ່ວມ​ກຸ່ມ, ຫວຽດນາມ​ຈະ​ສືບ​ຕໍ່​ເພີ່​ມທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ກັບ​ບັນດາ​ສະມາຊິກ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ ​ແລະ ​ໂຄງການ​ເຄື່ອນ​ໄຫວ Doha ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ.
ຂ່າວ/ບົດ​ອື່ນ