ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ
ເປັນປະທານກອງປະຊຸມປະຈຳເດືອນ 6/2014
photo:chinhphu.vn
|
(vovworld)- ໃນວັນທີ 30/6 ແລະ 1/7, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ເປັນປະທານກອງປະຊຸມປະຈຳເດືອນ 6/2014 ໂດຍກົງທາງເຄືອຂ່າຍອິນເຕີແນັດກັບການນຳທຸກແຂວງ, ນະຄອນ ເພື່ອຕີລາຄາສະພາບເສດຖະກິດສັງຄົມໃນ 6 ເດືອນ ຕົ້ນປີ, ພ້ອມທັງກຳນົດບັນດາມາດຕະການສຸມໃສ່ຊີ້ນຳ, ບໍລິຫານຢ່າງສະເຫມີຕົ້ນສະເຫມີປາຍໃນ 6 ເດືອນທ້າຍປີ 2014.
ໃນ 6 ເດືອນຜ່ານມາ, ເສດຖະກິດມະຫາພາກສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ, ໄພເງິນເຟີ້ຖືກຄວບຄຸມດ້ວຍດັດຊະນີລາຄາໃຊ້ສອຍໃນເດືອນ 6 ເພີ່ມຂຶ້ນຢູ່ໃນລະດັບຕຳ່ສຸດເມື່ອທຽບໃສ່ໄລຍະດຽວກັນຂອງ 13 ປີຜ່ານມາ, ຂະແຫນງກະສິກຳເຕີບໂຕຢ່າງແຮງ, ເປັນຕົ້ນແມ່ນເຂົ້າສານເພີ່ມຂຶ້ນກວ່າ 800.000 ໂຕນ, ລາຍຮັບງົບປະມານເພີ່ມຂຶ້ນ ແລະ ຮັບປະກັນຄວາມດຸ່ນດ່ຽງຂອງພື້ນຖານເສດຖະກິດ. ການຈະເລີນເຕີບໂຕໃນ 6 ເດືອນຕົ້ນປີ 2014 ຄາດວ່າບັນລຸ 5,18%.
ກ່ຽວຂ້ອງເຖິງສະພາບການຈີນລ່ວງລ້ຳເຂດທະເລຂອງຫວຽດນາມ, ບັນດາທ້ອງຖິ່ນຊົມເຊີຍແຜນນະໂຍບາຍສະເໝີຕົ້ນສະເຫມີປາຍ ແລະ ບັນດາມາດຕະການຂ້ຽວຂາດໃນການຕໍ່ສູ້ປົກປັກຮັກສາອະທິປະໄຕແຫ່ງຊາດຂອງພັກ, ລັດ ກໍຄືທັດສະນະຂອງລັດຖະບານ ແລະ ບັນດາມາດຕະການຊີ້ນຳແກ້ໄຂບັນຫາເກີດຂຶ້ນຢ່າງທັນການ, ມີປະສິດທິຜົນ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະພາບແວດລ້ອມແຫ່ງການລົງທຶນ. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ, ການນຳທ້ອງຖິ່ນ ຕ້ອງຕິດຕາມສະພາບການຢ່າງໃກ້ຊິດ, ຄາດຄະເນທຸກສະພາບການໃນທຸກຂົງເຂດເພື່ອເປັນເຈົ້າການຄິດໄລ່ຊັ່ງຊາບັນດາມາດຕະການ, ວິທີການລະອຽດໃນການຮັບມື, ແກ້ໄຂໃນບໍ່ວ່າສະພາບການໃດຢ່າງທັນການ, ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈ້ງ 3 ຈຸດໝາຍສູງສຸດ ຊື່ງລັດຖະບານຕັດສິນໃຈປະຕິບັດ.
“ພວກເຮົາຕ້ອງສຸມໃສ່ ແລະ ມານະພະຍາຍາມຢ່າງສູງສຸດ ດ້ວຍມາດຕະການໂດຍສັນຕິ, ສອດຄອ່ງກັບກົດໝາຍສາກົນ ເພື່ອປົກປັກຮັກສາອະທິປະໄຕ. ນີ້ແມ່ນຈຸດໝາຍທີ່ສັກກະລະບູຊາເຊິ່ງພວກເຮົາຕ້ອງປະຕິບັດ, ຕ້ອງເຮັດຈົນສຸດຄວາມສາມາດຂອງຕົນ ແລະ ບັນດາຄະນະ, ຂະແຫນງການ ຕ້ອງສຸມໃສ່ປະຕິບັດ. ທີສອງ ຕ້ອງຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດ. ຈຸດໝາຍທີ 3 ແມ່ນຕັດສິນໃຈປະຕິບັດຄາດໝາຍບັນລຸການຈະເລີນເຕີບໂຕ ທີ່ໄດ້ວາງອອກໃນປີນີ້ແມ່ນຢູ່ໃນລະດັບ 5,8 %.”
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ: ໃນວິວັດການສ້າງພື້ນຖານເສດຖະກິດຄືນໃຫມ່, ລັດຖະບານ ພວມດຳເນີນຫລາຍມາດຕະການເປີດກວ້າງການຕະຫລາດສົ່ງອອກ, ເປັນຕົ້ນຍູ້ໄວວິວັດການເຈລະຈາບັນດາສັນຍາການຄ້າເສລີສອງຝ່າຍ ແລະ ຫລາຍຝ່າຍ, ສະເຫນີບັນດາທ້ອງຖິ່ນ ສືບຕໍ່ສຳເລັດກົນໄກນະໂຍບາຍ, ສຸມໃສ່ຍູ້ແຮງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດ, ລະບົບທະນາຄານຄືນໃຫມ່ຕາມທິດປອດໄພ, ມີປະສິດທິຜົນ, ຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃຫມ່ຕິດພັນກັບການກໍ່ສ້າງຊົນນະບົດໃຫມ່.