ຫວຽດນາມ-ປະຫວັດສາດສະຫງ່າລາສີແລະແງ່ຫວັງພັດທະນາໃນວິວັດການເຊື່ອມໂຍງເຂົ້າກັນສາກົນ
ກອງປະຊຸມສຳມະນາກ່ຽວກັບປະຫວັດສາດ ແລະ ແງ່ຫວັງ
ພັດທະນາຂອງ ຫວຽດນາມ ຢູ່ ເຊັກໂກ
(ພາບ: Ngọc Mai-Hồng Tâm/Vietnam+)
(vovworld) – ຫວຽດນາມ-ປະຫວັດສາດສະຫງ່າລາສີ ແລະ ແງ່ຫວັງພັດທະນາໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍສະພາຕຳ່ ເຊັກໂກ ສົມທົບກັບສະຖານທູດຫວຽດນາມ ປະຈຳ ເຊັກໂກ ຈັດຕັ້ງໃນວັນທີ 20/4 ຢູ່ສຳນັກງານສະພາຕຳ່ ເຊັກໂກ ທີ່ນະຄອນຫຼວງ Praha. ເມື່ອສະເໜີບົດປະກອບຄຳເຫັນດ້ວຍຫົວຂໍ້ “ຫວຽດນາມ ຜ່ານ 30 ປີແຫ່ງການປ່ຽນໃໝ່”, ໂດຍທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເນັ້ນໜັກວ່າ: ພຶດຕິກຳຕົວຈິງ ແລະ ຜົນງານແຫ່ງການປ່ຽນໃໝ່ຜ່ານ 30 ປີຜ່ານມາ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາຢັ້ງຢືນເລື່ອງ ຫວຽດນາມ ເລືອກເຟັ້ນເສັ້ນທາງປ່ຽນໃໝ່ແມ່ນຖືກຕ້ອງ, ສະຫຼາດສ່ອງໃສ; ແມ່ນພື້ນຖານເສດຖະກິດ-ສັງຄົມທີ່ສຳຄັນ ເພື່ອໃຫ້ ຫວຽດນາມ ຢືນຢູ່ຢ່າງໝັ້ນຄົງໃນເສັ້ນທາງກໍ່ສ້າງສັງຄົມນິຍົມ. ທ່ານ ຮ່ວາງບີ່ງກວນ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນພິເສດການພົວພັນກັບບັນດາເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ສາທາລະນະລັດ ເຊັກໂກ.
ໃນຂອງເຂດການຢ້ຽມຢາມ, ຄະນະປະຕິບັດງານຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບທ່ານຮອງປະທານສະພາຕຳ່, ປະທານພັກກອມມູນິດ ເຊັກໂກ-ໂມຮາວາ Vojtech Filip. ທ່ານ Vojtech Filip ຢືນຢັນວ່າ: ລັດຖະບານ ເຊັກໂກ, ພັກກອມມູນິດ ເຊັກໂກ-ໂມຮາວາ ຍາມໃດກໍ່ສະໜັບສະໜູນປະຊາຄົມຊາວ ຫວຽດນາມ ອາໄສຢູ່ສາທາລະນະລັດ ເຊັກໂກ ເຊື່ອມຕົວເຂົ້າກັບສັງຄົມປະຈຳຖິ່ນຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ທ່ານເນັ້ນໜັກວ່າ: 2 ປະເທດ ເຊັກໂກ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນການຮ່ວມມືໃນບາງຂົງເຂດຄື: ພະລັງງານ, ຄົມມະນາຄົມຂົນສົ່ງ, ….., ຊ່ວຍເພີ່ມທະວີການພົວພັນເສດຖະກິດ-ການຄ້າ 2 ຝ່າຍ, ຍົກສູງຄວາມສາມາດແກ່ງແຍ້ງຂອງຜະລິດຕະພັນ ຫວຽດນາມ ໃນຕະຫຼາດສາກົນ. ທ່ານ Vojtech Filip ສະແດງການສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ໃນການແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ; ຫວັງວ່າບັນດາບັນຫາຂັດແຍ້ງດັ່ງກ່າວຈະໄດ້ຮັບການແກ້ໄຂທາງດ້ານການທູດບົນພື້ນຖານສະເໝີພາບ ແລະ ເຄົາລົບເຊິ່ງກັນ ແລະ ກັນ.