ຫວຽດນາມປາດຖະໜາຢາກພັດທະນາການພົວພັນຮ່ວມມືຫລາຍດ້ານກັບອີຣານກ່ວາອີກ
(ພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງກຸ່ມບໍລິສັດນ້ຳມັນອາຍແກັສ
ແຫ່ງຊາດ ຫວຽດນາມ ກັບ ບໍລິສັດ Ghadir Holding Company)
(vovworld) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ອີຣານ, ວັນທີ 15/03 ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ອີຣານ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 2 ປະເທດປະມານ 200 ແຫ່ງ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເນັ້ນໜັກວ່າ: ຫວຽດນາມ ແລະ ອີຣານ ຍັງບໍ່ທັນນຳໃຊ້ຄວາມຮຽກຮ້ອງຕ້ອງການຂອງຕະຫລາດ ແລະ ຄວາມສາມາດບົ່ມຊ້ອນການຮ່ວມມືຂອງ 2 ປະເທດໄດ້ໝົດ, ເພາະສະນັ້ນ ຮຽກຮ້ອງໃຫ້ມີກຳລັງບຸກທະລຸ, ໄມ້ງັດໃໝ່ ແລະ ຄວາມຕັດສິນໃຈດ້ານການເມືອງຈາກການນຳ 2 ປະເທດ, ພິເສດແມ່ນຄວາມຕັດສິນໃຈ ແລະ ການກະທຳຂອງບັນດາວິສາຫະກິດ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເນັ້ນໜັກວ່າ:
“ໃນນະໂຍບາຍພັດທະນາ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຮ່ວມມືຫລາຍດ້ານ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ອີຣານ ກ່ວາອີກ, ພວກຂ້າພະເຈົ້າຫວັງວ່າ: ໃນຍຸດທະສາດ ແລະ ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ອີຣານ, ຫວຽດນາມ ແມ່ນສະຖານທີ່ທຳອິດ ແລະ ພວກຂ້າພະເຈົ້າກໍ່ເຊື່ອໝັ້ນຕົນເອງວ່າ: ຈະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ສະໜອງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດເປັນປົກກະຕິດ້ວຍຄວາມສາມາດຫາກຳໄລໄດ້ສູງ”
ທີ່ເວທີປາໄສ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງທະນາຄານແຫ່ງລັດ ຫວຽດນາມ ແລະ ທະນາຄານສູນກາງ ອີຣານ; ບົດບັນທຶກຊ່ວຍຈຳລະຫວ່າງກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ ຫວຽດນາມ ກັບ ບໍລິສັດ Ghadir Holding Company.