ຫວຽດນາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືດ້ານການທູດກັບລັດເຊຍ, ອັງກິດ ແລະ ອາຍແລນເໜືອ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບ
ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳຫວຽດນາມ
(ພາບ: chinhphu.vn)
(vovworld) – ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳຫວຽດນາມ Andrei Kovtun ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ ໃນວັນທີ 03/12, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຕີລາຄາສູງບັນດາຜົນງານ ແລະ ການປະກອບສ່ວນສຳຄັນຂອງທ່ານ ເອກອັກຄະລັດຖະທູດ Andrei Kovtun ເຂົ້າໃນການເພີ່ມທະວີ ແລະ ປັບປຸງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະ 5 ປີຢ່າງບໍ່ຢຸດຢັ້ງ, ພິເສດແມ່ນໃນການຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງຂອບເຂດໃໝ່ໃຫ້ການພົວພັນ 2 ຝ່າຍ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຢືນຢັນຖືລັດເຊຍ ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ຖືການພົວພັນກັບລັດເຊຍ ເປັນສຳຄັນ ແລະ ປາດຖະໜາການຮ່ວມມື 2 ຝ່າຍຈະປະກອບສ່ວນເຂົ້າໃນວິວັດທະນາການພັດທະນາຢູ່ແຕ່ລະປະເທດຢ່າງມີປະສິດທິຜົນກວ່າ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະພັນແຫ່ງລາຊະອານາຈັກອັງກິດ ແລະ ອາຍແລນເໜືອ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີນຳການພົວພັນລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ, ຮອບດ້ານ ແລະ ແທດຈິງກວ່າໃນໄລຍະຈະມາເຖິງ. ກ່ຽວກັບການຮ່ວມມື 2 ຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ລັດຖະບານອັງກິດ ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - EU ເວົ້າລວມ ແລະ ການຮ່ວມມືລະຫວ່າງ 2 ປະເທດເວົ້າສະເພາະໃນຂອບເຂດ ASEM, ASEAN – EU ແລະ ສະຫະປະຊາຊາດ. ສ່ວນທ່ານເອກອັກຄະລັດຖະທູດ Giles Lever ຢືນຢັນ ລາຊະອານາຈັກອັງກິດ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ພິເສດແມ່ນໃນຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ…