(ທ່ານປະທານປະເທດເຈືອງເຕີ໋ນຊາງ ຕ້ອນຮັບທ່ານ
Lee Myung Bak ອະດີດປະທານາທິບໍດີ ສ.ເກົາຫຼີ)
(vovworld) – ຕອນຄ່ຳວັນທີ 22/10 ຢູ່ນະຄອນໂຮ່ຈີມິງ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Lee Myung Bak ອະດີດປະທານາທິບໍດີ ສ.ເກົາຫຼີ ທີ່ນຳໜ້າຄະນະວິສາຫະກິດ ສ.ເກົາຫຼີ ພວມຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເຊື່ອໝັ້ນວ່າ: ສັນຍາການຄ້າເສລີ FTA ຊຶ່ງ 2 ຝ່າຍໄດ້ລົງນາມຈະຊຸກຍູ້ການພົວພັນເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ - ສ.ເກົາຫຼີ ກ່ວາອີກ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເນັ້ນໜັກວ່າ: ຫວຽດນາມ ຖືເປັນສຳຄັນພິເສດ ແລະ ປາດຖະໜາຢາກພ້ອມກັບ ສ.ເກົາຫຼີ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນ ຈຸດສຸມແມ່ນການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ປາດຖະໜາວ່າ ທ່ານ Lee Myung Bak ອະດີດປະທານາທິບໍດີ ສ.ເກົາຫຼີ ຈະສືບຕໍ່ໜູນຊ່ວຍບັນດາວິສາຫະກິດ ສ.ເກົາຫຼີ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ.
ສ່ວນທ່ານອະດີດປະທານາທິບໍດີ ສ.ເກົາຫຼີ Lee Myung Bak ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ບັນກາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຈະສືບຕໍ່ສ້າງທຸກເງື່ອນໄຂສະດວກກ່ວາອີກ ໃຫ້ປະຊາຄົມວິສາຫະກິດ ສ.ເກົາຫຼີ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ທ່ານ Lee Myung Bak ກໍໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.