ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບທ່ານ Takehiko Nakao
(ພາບ: VGP)
(vovworld) – ຕອນບ່າຍວັນທີ 16/06 ຢູ່ສຳນັກງານລັດຖະບານ ທ່ານນາຍົກລັດຖະມົນຕີ ຫວຽນດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Takehiko Nakao ປະທານທະນາຄານພັດທະນາອາຊີ (ADB) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ລັດຖະບານຢຶດໝັ້ນຕໍ່ຄາດໝາຍເຕີບໂຕເສດຖະກິດ 6,7% ໃນປີ 2016, ສືບຕໍ່ຄວບຄຸມໄພເງິນເຟີ້,ພັດທະນາລະບອບ, ກໍ່ສ້າງໂຄງປະກອບໂຄງລ່າງ, ຮັກສາສິ່ງແວດລ້ອມ, ພັດທະນາແຫຼ່ງຊັບພະຍາກອນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ: ຫວຽດນາມ ຈະຄວບຄຸມໜີ້ສາທາລະນະ, ຍູ້ແຮງການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າບັນດາຂົງເຂດບຸລິມະສິດ. ທ່ານນາຍົກລັດຖະມົນຕີ ສະເໜີ ADB ມີບັນດາການໜູນຊ່ວຍທີ່ຈຳເປັນ ແລະ ສືບຕໍ່ສະຫງວນໃຫ້ ຫວຽດນາມ ແຫຼ່ງທຶນບຸລິມະສິດຂອງ ADB ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ສືບຕໍ່ແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຄວາມທຸກຍາກອຶດຫິວ, ການພັດທະນາບໍ່ສະໝ່ຳສະເໝີ ແລະ ການປ່ຽນແປງຂອງດິນຟ້າອາກາດ.
ສວ່ນທ່ານປະທານ ADB Takehiko Nakao ກໍ່ສະແດງຄວາມປະທັບໃຈຕໍ່ບັນດາຜົນງານດ້ານເສດຖະກິດສັງຄົມຂອງ ຫວຽດນາມ, ໃນນັ້ນມີບັນດາຈຸດພົ້ນເດ່ັນແມ່ນ ລະດັບເຕີບໂຕເສດຖະກິດອັນຍາວນາມໄດ້ຮັບປະກັນ, ໄພເງິນເຟີ້ຢູ່ໃນລະດັບຕ່ຳ, ອັດຕາຄວາມທຸກຍາກອຶດຫິວຕ່ຳ, ອັດຕາເດັກໄດ້ໄປໂຮງຮຽນສູງ. ທ່ານປະທານ Takehiko Nakao ຢືນຢັນວ່າ: ADB ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນໂຄງລ່າງຄົມມະນາຄົມ, ພະລັງງານຜະລິດຄືນໃໝ່, ການປ່ຽນແປງຂອງດິນຟ້າອາກາດ, ການລົບລ້າງຄວາມອຶດຫິວທຸກຍາກ…