ຫວຽດນາມພັດທະນາການທ່ອງທ່ຽວແບບຍືນຍົງ

ຫວຽດນາມພັດທະນາການທ່ອງທ່ຽວແບບຍືນຍົງ - ảnh 1
​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ ຫວຽດນາມ
(ພາບ: vietwindtravel)


(vovworld) –  ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ “ສັບປະດາ​ການທ່ອງທ່ຽວ​ຂຽວ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ 2015”, ຕອນ​ເຊົ້າ​ວັນ​ທີ 1/7, ຢູ່ ​ເກີນ​ເທີ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ “ການ​ນຳ​ໃຊ້​ກາ​ໝາຍ​ດອກ​ບົວບ່ອນ​ພັກ​ອາ​ໄສ​ຂອງ​ນັກທ່ອງ​ທ່ຽວ​ຢູ່ ຫວຽດນາມ”.  ປີ 2014 ຜ່ານ​ມາ, ຂະ​ແໜງ​ທ່ອງ​ທ່ຽວຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ເກືອບ 8 ລ້ານ​ເທື່ອ​ຄົນ ​ແລະ ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ກ່ວາ 38 ລ້ານ​ເທື່ອ​ຄົນ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ແນ​ໃສ່​ປະ​ກອບ​ສ່ວນ​ຍູ້​ແຮງ​ການ​ພັດທະນາ​ທ່ອງ​ທ່ຽວ​ຂຽວ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​​ບ່ອນ​ພັກ​ອາ​ໄສ​ຂອງ​ນັກທ່ອງ​ທ່ຽວ​ຢູ່ຫວຽດນາມ. ທ່ານ ​ຫງວຽນ​ວັນ​ຕ໋ວນ, ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ, ​ໃຫ້​ຮູ້​ວ່າ:

        ກອງ​ປະຊຸມ​ສຳ​ມະ​ນາຄັ້ງ​ນີ້​ໄດ້​ສ້າງບັນດາ​ຄຸນຄ່າ​ວິຊາ​ສະ​ເພາະ​ທີ່​ມີ​ຜົນ​ປະ​ໂຫຍ​ດທີ່​ສຸດ​ໃຫ້​ບັນດາ​ຜູ້​ເຮັດ​ບໍລິການ​ທ່ອງ​ທ່ຽວ. ນີ້​ແມ່ນ​ໝາກຜົນ​ຂອງ​ວິວັດ​ການ​ມານະ​ພະຍາຍາມ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​ຫວຽດນາມ. ​​ເພື່ອ​ປະຕິບັດ​ທິດ​ທາງ​ພັດທະນາ​ການທ່ອງ​ທ່ຽວ​ຫວຽດນາມ ຮອດ​ປີ 2020, ວິ​ໄສ​ທັດ​ປີ 2030. ມີ 5 ທັດສະນະ, ​ໃນ​ນັ້ນ​ມີ​ທັດສະນະ​​ແມ່ນ​ ພັ​ດທະ​ນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ທີ່ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ຂຸດ​ຄົ້ນ​ ​ແຫຼ່ງກຳລັງ, ຊັບພະຍາກອນ​ທ່ອງ​ທ່ຽວ ຢ່າງ​ສູງ​ສຸດ ​ແລະ ມີ​ປະສິດທິ​ຜົນ​.

ຂ່າວ/ບົດ​ອື່ນ