ຫວຽດນາມພັດທະນາຕະຫຼາດຂາຍຍ່ອຍ
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີນຕ້ວນແອງ |
(vovworld)- ຫວຽດນາມໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາຕະຫຼາດຂາຍຍ່ອຍທີ່ຂະຫຍັນຂັນເຄື່ອນ ແລະ ດູດດື່ມກວ່າໝູ່ໃນພາກພື້ນອາຊີ. ການເຕີບໂຕຢ່າງວ່ອງໄວຂອງການຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການ, ໃຊ້ສອຍຂອງຫວຽດນາມໃນຊຸມປີທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າ ການໃຊ້ສອຍຢູ່ພາຍໃນປະເທດຍາມໃດ ກໍແມ່ນກຳລັງໜູນທີ່ສຳຄັນ ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດແຫ່ງຊາດ. ດ້ານອື່ນ, ການເພີ່ມທະວີໃຊ້ສອຍໃນລະດັບສູງ ກໍແມ່ນປັດໄຈທີ່ສຳຄັນເພື່ອຕີລາຄາຕະຫຼາດຂາຍຍ່ອຍຫວຽດນາມທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ເຈີນຕ້ວນແອງ ໃຫ້ຮູ້ວ່າ :
“ກະຊວງອຸດສາຫະກຳ ການຄ້າຫວຽດນາມສ້າງແຜນຮ່າງຍຸດທະສາດກ່ຽວກັບການພັດທະນາອຸດສາຫະກຳຂາຍຍ່ອຍປີ 2017 ແລະ ວິໄສທັດເຖິງປີ 2025. ກະຊວງອຸດສາຫະກຳ ການຄ້າໄດ້ສະເໜີນຳເຂົ້າບັນຊີລາຍຊື່ພາກພື້ນ ແລະ ຂົງເຂດບຸລິມະສິດ ຮຽກຮ້ອງການລົງທຶນ ແລະ ໄດ້ຊົມໃຊ້ບັນດາກົນໄກບຸລິມະສິດລົງທຶນເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາລະບົບກວ່າອີກ, ພິເສດແມ່ນລະບົບການຄ້າຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ. ເພາະສະນັ້ນ, ພວກຂ້າພະເຈົ້າໄດ້ຈັດແບ່ງ, ກຳນົດ ແລະ ເຮັດແຈ້ງກ່ຽວກັບຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການ ກໍຄືຂອງອຳນາດການປົກຄອງທ້ອງຖິ່ນໃນການສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດພັດທະນາຕະຫຼາດ ”