ຫວຽດນາມພ້ອມແລ້ວທີ່ຈະຮ່ວມມື ເພື່ອຍູ້ແຮງການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງດີຈີຕອນ
(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ເພື່ອ ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງດີຈີຕອນ ມຸ່ງໄປເຖິງເຂດພັດທະນາດີຈີຕອນຢ່າງສະໝ່ຳສະເໝີ ແລະ ຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ເຂົ້າຮ່ວມກອງປະຊຸມສຸດຍອດ ທຸລະກິດ ແລະ ການລົງທຶນ ອາຊຽນ (ASEAN BIS) ປີ 2021 |
ຕອນບ່າຍວັນທີ 25 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ທຸລະກິດ ແລະ ການລົງທຶນ ອາຊຽນ (ASEAN BIS) ປີ 2021 ດ້ວຍຫົວຂໍ້ວ່າ “ສ້າງອະນາຄົດດີຈີຕອນ ແບບຍືນຍົງ ໃນພາກພື້ນອາຊຽນ” ທີ່ໄດ້ດຳເນີນຕາມຮູບການທາງໄກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບີງມິງ ໄດ້ເນັ້ນໜັກວ່າ: ອາຊຽນ ຄວນສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມຕ່າງໆ ດ້ວຍ 3 ການກຳນົດທິດແມ່ນ: ຟື້ນຟູ, ຫັນເປັນດີຈີຕອນ ແລະ ລັກສະນະແບບຍືນຍົງ, ໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຢີ ເພື່ອຊຸກຍູ້ການຟື້ນຟູຂຽວ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ເພື່ອ ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງດີຈີຕອນ ມຸ່ງໄປເຖິງເຂດພັດທະນາດີຈີຕອນຢ່າງສະໝ່ຳສະເໝີ ແລະ ຍືນຍົງ. ພ້ອມທັງ, ລັດຖະບານ ຫວຽດນາມ ຈະມານະພະຍາຍາມສ້າງເງື່ອນໄຂ ໃນການປະຕິບັດນະໂຍບາຍໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນ, ຍູ້ແຮງການນຳໃຊ້ດີຈີຕອນ, ສົ່ງເສີມບັນດາວິສາຫະກິດຮ່ວມມື ແລະ ສ້າງເງື່ອນໄຂ ເພື່ອຊຸກຍູ້ການລົງທຶນເຂົ້າ ເຕັກໂນໂລຢີສູງ ຕາມທິດເຕີບໂຕຂຽວ, ສ້າງວຽກເຮັດງານທຳໃຫ້ແກ່ທຸກພາກສ່ວນເສດຖະກິດ.