ຫວຽດນາມມຸ່ງໄປເຖິງຄວາມວັດທະນາຖາວອນ,ມີຫົວຄິດປະດິດສ້າງ,ຍຸຕິທຳແລະປະຊາທິປະໄຕໃນປີ2035
ພາບປະກອບ
(vovworld) – ຮອດປີ 2035 ຫວຽດນາມ ຈະແມ່ນປະເທດມີລາຍຮັບລື່ນກາຍລະດັບປານກາງ, ກ້າວໄປເຖິງກາຍເປັນສັງຄົມວັດທະນາຖາວອນ, ມີຫົວຄິດປະດິດສ້າງ, ຍຸຕິທຳ ແລະ ປະຊາທິປະໄຕ. ນີ້ແມ່ນຈຸດໝາຍທີ່ໄດ້ຍົກອອກມາໃນກອງປະຊຸມສຳມະນາ “ຄວາມມຸ່ງຫວັງຂອງ ຫວຽດນາມ ປີ 2035 - ພັດທະນາເສດຖະກິດພາກເອກະຊົນຂະຫຍັນຂັນເຄື່ອນ ແລະ ຮຽກຮ້ອງຫັນລະບອບເປັນທັນສະໄໝ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບທະນາຄານໂລກປະຈຳ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 16/6 ຢູ່ນະຄອນ ໂຮ່ຈີມິນ. ຜູ້ຕາງໜ້າທະນາຄານໂລກ ແລະ ບັນດານັກຊ່ຽວຊານເສດຖະກິດພາຍໃນປະເທດຖືວ່າ: ເພື່ອບັນລຸໄດ້ຄວາມມຸ່ງຫວັງ ຫວຽດນາມ 2035, ຕ້ອງອີງໃສ່ 3 ເສົ້າຄຳ້, ນັ້ນແມ່ນ: ວັດທະນາຖາວອນກ່ຽວກັບເສດຖະກິດໄປຄຽງຄູ່ກັບຄວາມຍື່ນຍົງກ່ຽວກັບສິ່ງແວດລ້ອມ, ຊຸກຍູ້ຄວາມຍຸຕິທຳ ແລະ ເຊື່ອມຕົວເຂົ້າກັບສັງຄົມ, ເພີ່ມທະວີກຳລັງຄວາມສາມາດ ແລະ ຄວາມຮັບຜິດຊອບອະພິປາຍຂອງລັດ. ຄຽງຄູ່ກັນນັ້ນ, ຕາມບົດລາຍງານຂອງທະນາຄານໂລກ, ບັນດາກາລະໂອກາດພົ້ນເດັ່ນເພື່ອບັນລຸໄດ້ຈຸດໝາຍໃນປີ 2035 ແມ່ນການຊຸກຍູ້ບັນດາສັນຍາການຄ້າ 2ຝ່າຍ, ພາກພື້ນ, ບັນດາຂໍ້ລິເລີ່ມກ່ຽວກັບເຕັກໂນໂລຢີ ແລະ ດຳເນີນທຸລະກິດທົ່ວໂລກ, ຄົນຊັ້ນກາງພາຍໃນປະເທດພວມເພີ່ມຂຶ້ນສູງ.