ຫວຽດນາມມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະອາບຟຣີກາໃຕ້

ຫວຽດນາມມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະອາບຟຣີກາໃຕ້ - ảnh 1
ພາບປະກອບ

(vovworld) – ວັນ​ທີ 22/1, ຢູ່ ສ. ອາບຟຣີກາ ​ໃຕ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ເລ​ຮູ​ຍຮ່ວາງ, ​ໃນ​ຖານະ​ເປັນ​ປະທານ​ຄະນະ​ກຳມະການ​ອາ​ຊຽນ ປະຈຳ ອາບຟຣີກາ ​ໃຕ້ (APC) ​ເປັນ​ປະທານ​ວາລະ​ປະຊຸມ​ຕົ້ນ​ປີ​ຂອງ​ຄະນະ​ກຳມະການ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເອກ​ອັກຄະ​ລັດຖະທູດ​ຂອງ 7 ປະ​ເທດ​ສະມາຊິກ ອາ​ຊຽນທີ່​ມີ​ສຳນັກງານ​ຕັ້ງ​ຢູ່ ອາບຟຣີກາ ​ໃຕ້.

    ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮູ​ຍຮ່ວາງ ​ໃຫ້​ຮູ້​ວ່າ: ດ້ວຍ​ຖານະ​ປະສານ​ງານ APC, ສະຖານ​ທູດ ຫວຽດນາມ ພ້ອມ​ກັບ​ສະຖານທູດປະ​ເທດ​ຕ່າງໆ​ຂອງ ອາ​ຊຽນ ປະຈຳ ອາບຟຣີກາ ​ໃຕ້ ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ໂຄສະນາ​ພາບ​ພົດ, ຄວາມ​ສາມາ​ດບົ່ມ​ຊ້ອນ​ແຫ່ງ​ການ​ລົງທຶນ, ການ​ຄ້າ ​ແລະ ການທ່ອງທ່ຽວ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ກັບ ອາບຟຣີກາ ​ໃຕ້. ພິ​ເສດ ດ້ວຍ​ຂໍ້​ລິ​ເລີ່​ມຂອງ ຫວຽດນາມ, ຄະນະ​ກຳມະການ APC ຈະ​ມີ​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ຕ່າງໆ​ກັບ​ການ​ນຳ ອາບຟຣີກາ ​ໃຕ້ ກ່ຽວ​ກັບ​ທິດ​ທາງ​ຍູ້​ແຮງ​ການ​ແລກປ່ຽນ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ ອາ​ຊຽນ ​ແລະ ອາບຟຣີກາ ​ໃຕ້. ຄະນະ​ກຳມະການ APC ກໍ່​ຈະ​ສົມທົບ​ກັບ​ບັນດາ​ອົງການ​ຄົ້ນ​ຄ້ວາ​ຂອງ ອາບຟຣີກາ​ ​ໃຕ້ ຈັດ​ຕັ້ງ​ບັນດາ​ການ​ແລກປ່ຽນ, ກອງ​ປະຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ສະພາບ​ການ​ຢູ່ ອາບຟຣີກາ ​​ໃຕ້ ​ເວົ້າສະ​​ເພາະ ​ແລະ ທະວີບ ອາບຟຣີກາ ​ເວົ້າ​ລວມ. ຄາດ​ວ່າ, ບັນດາ​ປະ​ເທດ ອາ​ຊຽນ ກໍ່​ຈະ​ຈັດການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ກິລາ, ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ວັດທະນະທຳ ​ແລະ ຜະລິດ​ຕະພັນ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ອາຍຸ​ການທີ່ ຫວຽດນາມ ​ເປັນ​ປະທານ.

 

ຂ່າວ/ບົດ​ອື່ນ