ພະນັງງານສັດຕະວະແພດແຂວງແທງຮ້ວາລົງປະຕິບັດວຽກງານ
ສັກຢາກັນພະຍາດໃຫ້ແກ່ສັດປີກ (ພາບ : baothanhhoa.com)
|
Vovworld- ບັນດາຂະແໜງການ, ທ້ອງຖິ່ນຕ່າງໆຂອງຫວຽດນາມພວມຂຸ້ນຂ້ຽວຜັນຂະຫຍາຍບັນດາມາດຕະການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດ A/H5N1 ແລະ H1N1. ປະຈຸບັນ, ບັນດາຮາກຖານການແພດ ແລະ ກວດ, ປິ່ນປົວພະຍາດຢູ່ 8 ເມືອງ, ເທດສະບານໃນແຂວງ ບັກກ້ານ ໄດ້ກະກຽມເຄື່ອງອຸປະກອນ, ວັດຖຸ, ທາດເຄມີ, ຢຸກຢາ.....ເພື່ອກຽມພ້ອມຮັບມືກັບ ໂລກໄຂ້ຫວັດ A. ບັນດາຮາກຖານການແພດ, ໂຮງໝໍຂັ້ນຕ່າງໆ, ພິເສດແມ່ນເຂດດ່ານຊາຍແດນຂອງແຂວງ ລ້າງເຊີນ ລ້ວນແຕ່ໄດ້ຮັບການປະກອບເຄື່ອງອຸປະກອນຢ່າງຄົບຖ້ວນເພື່ອກຽມພ້ອມປິ່ນປົວຄົນເຈັບ. ທ່ານຫງວຽນຊວນເຈືອງ ຫົວໜ້າສູນສາທາລະນະສຸກ ປ້ອງກັນພະຍາດ ແຂວງ ລ້າງເຊີນໃຫ້ຮູ້ວ່າ :
“ ຢູ່ດ່ານຊາຍແດນ, ສູນກວດໂລກລະບາດສາກົນໄດ້ຜັນຂະຫຍາຍບັນດາສະຖານທີ່ກວດສຸຂະພາບຄົນເຈັບເມື່ອຈຳເປັນ, ປະຕິບັດການຕິດຕາມວັດອຸນຫະພູມຮ່າງກາຍບັນດາຜູ້ຄົນໄປມາຜ່ານດ່ານຊາຍແດນ. ຂະແໜງສາທາ ລະນະສຸກຍັງສ້າງຕັ້ງສູນປິ່ນປົວຄົນເຈັບຕ່າງຫາກຢູ່ດ່ານຊາຍແດນ ດົງດັງ. ນອກຈາກນັ້ນ, ທາງຂະແໜງຍັງສົມທົບກັບຄະນະຊີ້ນຳຂອງແຂວງ, ອົງການສັດຕະວະແພດ ເພື່ອພ້ອມກັນຕິດຕາມການຜັນແປຂອງໂລກໄຂ້ຫວັດສັດປີກ ”