ຫວຽດ​ນາມຢຶດ​ໝັ້ນ​ຕໍ່ເປົ້າ​ໝາຍ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ມີສະ​ຖຽນ​ລະ​ພາບ​

(VOVWORLD) -  ລັດຖະບານ ຫວຽດນາມ ຢຶດໝັ້ນຕໍ່ເປົ້າໝາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດ, ເດັດຂາດບໍ່ທໍ້ຖອຍໃຈຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕັດສິນໃຈສູ້ຊົນປະຕິບັດທຸກເປົ້າໝາຍຕາມແຜນການປີ 2019 ໄດ້ຢ່າງມີໄຊ.
ຫວຽດ​ນາມຢຶດ​ໝັ້ນ​ຕໍ່ເປົ້າ​ໝາຍ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ມີສະ​ຖຽນ​ລະ​ພາບ​ - ảnh 1ພາບປະກອບ (chinhphu.vn

        ຕາມເນື້ອໃນດັ່ງກ່າວທີ່ໄດ້ຍົກອອກໃນມະຕິກອງປະຊຸມລັດຖະບານປະຈຳເດືອນ ພຶດສະພາ ປີ 2019, ລັດຖະບານໄດ້ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆເປັນເຈົ້າການ, ແລະ ມີພິບໄຫວ ໃນການຮັບມືກັບການຜັນແປຂອງສະພາບການສາກົນ ແລະ ພາຍໃນປະເທດຢ່າງທັນການ; ບັນດາກະຊວງ, ອົງການ, ທ້ອງຖິ່ນຕ່າງໆຕ້ອງສືບຕໍ່ຍູ້ແຮງການສ້າງໂຄງປະກອບ ພື້ນຖານເສດຖະກິດ ແລະ ໂຄງປະກອບບັນດາຂະແໜງການ, ຂົງເຂດການຄຸ້ມຄອງຄືນໃໝ່.

        ມະຕິໄດ້ຊີ້ອອກຢ່າງຈະແຈ້ງວ່າ: ກະຊວງແຜນການ ແລະ ການລົງທຶນຮີບເຮັ່ງປະຕິບັດຍຸດທະສາດດຶງດູດທຶນ FDI ໃຫ້ສຳເລັດຜົນ, ສືບຕໍ່ດຶງດູດທຶນ FDI ທີ່ມີເຕັກໂນໂລຢີ ສູງ, ຮີບເຮັ່ງຍື່ນສະເໜີແຜນການຫັນລັດວິສາຫະກິດເປັນຫຸ້ນສ່ວນໄລຍະ 2019 – 2020 ຕໍ່ນາຍົກລັດຖະມົນຕີເພື່ອອະນຸມັດຜ່ານ. ກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ມີວິທີການຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ສຸມໃສ່ພັດທະນາຕະຫຼາດພາຍໃນປະເທດ; ຍາດແຍ່ງໂອກາດຈາກບັນດາ ສັນຍາການຄ້າເສລີທີ່ໄດ້ຮັບການລົງນາມແລ້ວ ແລະ ຊຸກຍູ້ວິວັດການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບ ເອີລົບ (EVFTA)

ຕອບກັບ

ຂ່າວ/ບົດ​ອື່ນ