ຫວຽດນາມຢືນຢັນການເຈລະຈາແລະການຮ່ວມມືຈະນຳມາເຊິ່ງຜົນສຳເລັດຂອງສະພາສິດທິມະນຸດສະຫະປະຊາຊາດ
ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ, ລັດຖະມົນຕີຊ່ວຍວ່າການ
ກະຊວງການຕ່າງປະເທດ ຮ່າກິມຫງອກ
(ພາບປະກອບ: .vietnamplus)
(vovworld) – ວັນທີ 01/03, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສຸງຊຸດທີ 31 ສະພາສິດທິມະນຸດສະຫະປະຊາຊາດ, ທີ່ເຊີແນວ, ປະເທດສະວິດ, ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຮ່າກິມຫງອກ ຢືນຢັນວ່າ, ຫວຽດນາມ ເຊື່ອໝັ້ນຕໍ່ບົດບາດຂອງສະພາສິດທິມະນຸດ ແລະ ຖືວ່າ, ປັດໃຈເພື່ອພາໄປເຖິງຜົນສຳເລັດຂອງສະພາສິດທິມະນຸດແມ່ນຈິດໃຈຮ່ວມມື ແລະ ການເຈລະຈາລະຫວ່າງບັນດາປະເທດໃນປະຊາຄົມໂລກ. ທ່ານ ຮ່າກິມຫງອກ ໄດ້ຕີລາຄາສູງການປະກອບສ່ວນຂອງສະພາສິດທິມະນຸດ ແລະ ເນັ້ນໜັກເຖິງການເຈລະຈາ ແລະ ການຮ່ວມມືແມ່ນແບບວິທີມີປະສິດທິຜົນທີ່ສຸດໃນການແກ້ໄຂບັນດາບັນຫາກ່ຽວກັບສິດທິມະນຸດ. ທີ່ກອງປະຊຸມ, ທ່ານ ຮ່າກິມຫງອກ ຢືນຢັນວ່າ, ເຖິງວ່າຍັງມີສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ປະຊາຊົນນັບມື້ນັບໄດ້ປະຕິບັດສິດທິມະນຸດເປັນຢ່າງດີ ແລະ ຜົນງານຂອງວິວັດການພັດທະນາປະເທດຊາດ. ຫວຽດນາມ ກໍຈະສືບຕໍ່ແມ່ນສະມາຊິກມີຄວາມຮັບຜິດຊອບເຂົ້າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງອົງການສະຫະປະຊາຊາດກ່ຽວກັບສິດທິມະນຸດ, ໃນນັ້ນທີ່ສະພາສິດທິມະນຸດ ແລະ ສະພາເສດຖະກິດສັງຄົມ (ECOSOC) ເຊິ່ງຫວຽດນາມ ພວມແມ່ນສະມາຊິກ.