ທ່ານນາງ ຫງວຽນທິເຟືອງງາ ເອກອັກຄະລັດຖະທູດ ຫວຽດນາມ,
ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: TTXVN)
(vovworld) - ໃນລະຫວ່າງວັນທີ 23 – 24/05 ຢູ່ນະຄອນ Istanbul, ຕວກກີ ດຳເນີນກອງປະຊຸມສຸດຍອດໂລກກ່ຽວກັບມະນຸດສະທຳໂດຍສະຫະປະຊາຊາດ (ສປຊ) ປົກປ້ອງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 9000 ທ່ານທີ່ມາຈາກ 173 ປະເທດ, ໃນນັ້ນມີການນຳລັດຖະບານ, ຜູ້ຕ່າງໜ້າບັນດາອົງການການເງິນສາກົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ກຸ່ມບໍລິສັດເສດຖະກິດແຖວໜ້າໃນໂລກຈຳນວນກ່ວາ 50 ທ່ານ. ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ ແລະ ວາລະປະຊຸມປຶກສາຫາລືໂຕະມົນຂັ້ນສູງ “ປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນ: ຈາກການສະໜອງໜູນຊ່ວຍຕະຫລອດຮອດການຢຸດຕິຄວາມຮຽກຮ້ອງຕ້ອງການໜູນຊ່ວຍ”, ທ່ານນາງ ຫງວຽນທິເຟືອງງາ ເອກອັກຄະລັດຖະທູດ ຫວຽດນາມ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ຢືນຢັນວ່າ ນະໂຍບາຍຂອງ ຫວຽດນາມ ຍາມໃດກໍ່ຖືເອົາມະນຸດເປັນໃຈກາງ ແລະ ແມ່ນກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ, ໜູນຊ່ວຍຊີວິດສັງຄົມ ແລະ ມະນຸດສະທຳ. ຫວຽດນາມ ແມ່ນປະເທດທີ່ໄດ້ເຄີຍຜ່ານຜ່າສົງຄາມ ແລະ ປະຈຸບັນຖືກຜົນກະທົບຫລາຍຢ່າງຈາກໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາພາລະໜ້າທີ່ຕາມບັນດາເອກະສານນິຕິກຳສາກົນ ຊຶ່ງ ຫວຽດນາມ ເປັນສະມາຊິກ, ຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືໃນພາກພື້ນ ແລະ ໂລກ ເພື່ອແນໃສ່ເພີ່ມທະວີຄວາມສາມາດກ່າວເຕື່ອນໄວ ມີປະຕິກິລິຍາຢ່າງທັນການ ແລະ ຮັບມືຕໍ່ໄພທຳມະຊາດຢ່າງມີປະສິດທິຜົນ.