ຫວຽດນາມຢືນອັນດັບທີ55ໃນຕາຕະລາງດັດຊະນີຄວາມຈະເລີນຮຸ່ງເຮືອງ
(vovworld)- ຕາມດັດຊະນີຄວາມຈະເລີນຮຸ່ງເຮືອງປີ 2015(2015 Prosperity Index) ຂອງສະຖາບັນ Legatum ມີສຳນັກງານຢູ່ ລອນດອນ ປະເທດ ອັງກິດ ໄດ້ປະກາດໃນວັນທີ 2/11 ວ່າ: ນອກແວ ແມ່ນປະເທດຈະເລີນຮຸ່ງເຮືອງກວ່າໝູ່ຂອງໂລກ ໃນ 7 ປີຢ່າງລຽນຕິດ, ໃນຂະນະນັ້ນ ບັນດາປະເທດຄື: ແດນມາກ, ສະວິດ, ຊູແອດ ແລະ ນິວເຢີແລນ ແມ່ນຖືກຈັດໃນໝວດ 5 ປະເທດນຳຫນ້າໃນຕາຕະລາງຈັດອັນດັບ 142 ປະເທດໃນໂລກ. ອັງກິດຢືນອັນດັບທີ 15, ຈີນ ຊື່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບ 2 ຂອງໂລກ ຖືກຈັດອັນດັບທີ 52. ສຳລັບ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສິງກະໂປ ຢືນອັນດັບທີ 17 ຊື່ງແມ່ນປະເທດນຳຫນ້າໃນຂົງເຂດເສດຖະກິດ ດ້ວຍສິນຄ້າສົ່ງອອກເກືອບເຄິ່ງຫນຶ່ງຂອງປະເທດນີ້ ແມ່ນສິນຄ້າເຕັກໂນໂລຊີສູງ. ສ່ວນ ອິນໂດເນເຊຍ ຢືນອັນດັບທີ 69 ແລະ ໄດ້ຮັບການຕີລາຄາວ່າ ມີຜົນງານດ້ານເສດຖະກິດພົ້ນເດັ່ນທີ່ສຸດ ແລະ ຫວຽດນາມ ຢືນອັນດັບທີ 55 ໃນຕາຕະລາງດັ່ງກ່າວ.