(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວຄວາມເຫັນທີ່ການເຈລະຈາ)
(vovworld) - ໂດຍສືບຕໍ່ການເຄື່ອນໄຫວຕ່າງໆໃນການຢ້ຽມຢາມຈີນເຂົ້າຮ່ວມພິທີໄຂງານຕະຫຼາດນັດຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 13 ຢູ່ ກວາງສີ, ຕອນບ່າຍວັນທີ 11/9, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ເປັນເຈົ້າພາບຈັດກອງປະຊຸມເຈລະຈາໂຕະມົນກັບຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ຂອງວິສາຫະກິດແຖວໜ້າ ຈີນ. ກ່າວຄວາມເຫັນທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມຖືໄຊຊະນະ, ຜົນສຳເລັດຂອງບັນດານັກລົງທຶນ ແມ່ນຜົນສຳເລັດຂອງລັດຖະບານ, ອຳນາດການປົກຄອງທຸກຂັ້ນ.
“ພວກຂ້າພະເຈົ້າສູ້ຊົນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງເປີດເຜີຍ, ໂປ່ງໃສໃຫ້ວິສາຫະກິດທັງໝົດ, ນັບທັງວິສາຫະກິດພາຍໃນປະເທດ ແລະ ຕ່າງປະເທດ, ດ້ວຍທິດນຳຖືຜົນສຳເລັດຂອງນັກລົງທຶນແມ່ນຜົນສຳເລັດຂອງ ຫວຽດນາມ. ພວກຂ້າພະເຈົ້າກຳນົດທິດທາງຢ່າງຈະແຈ້ງແມ່ນກໍ່ສ້າງລັດຖະບານບໍລິສຸດ, ຄຸ້ມຄອງລັດເປັນຢ່າງດີ, ພັດທະນາ, ມີການກະທຳຢ່າງເດັດດຽວ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ສຸມໃສ່ປັບປຸງລະບອບ, ຍູ້ແຮງການປະຕິຮູບລະບຽບການບໍລິຫານເພື່ອຍົກສູງກຳລັງແກ່ງແຍ້ງ“.
ດ້ວຍເລື່ອງ ຫວຽດນາມໄດ້ເຂົ້າຮ່ວມສັນຍາການຄ້າເສລີ 12 ສະບັບ ແລະ ພວມດຳເນີນການເຈລະຈາສັນຍາການຄ້າເສລີອື່ນອີກ 4 ສະບັບ, ທ່ານນາຍົກລັດຖະມົນຕີຖືວ່າ, ເມື່ອລົງທຶນເຂົ້າ ຫວຽດນາມ, ບັນດາວິສາຫະກິດ ຈີນຈະມີກາລະໂອກາດສຳຜັດກັບຕະຫຼາດກວ້າງໃຫຍ່ ເຊິ່ງ ຫວຽດນາມໄດ້ເຊັນສັນຍາການຄ້າຕ່າງໆແລ້ວ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງທັດສະນະຂອງ ຫວຽດນາມ ແມ່ນບໍ່ຮັບເອົາເຕັກໂນໂລຢີຫຼ້າຫຼັງເພື່ອປົກປັກຮັກສາສິ່ງແວດລ້ອມ. ທ່ານຫວັງວ່າຈະໄດ້ຮັບເອົາເຕັກໂນໂລຢີຂອງບັນດານັກລົງທຶນ ຈີນ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຢ້ຽມຢາມໂຮງຮຽນກິນນອນສູນກາງຢູ່ແຂວງກວາງສີ. ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຢ້ຽມຢາມເຂດກະສິກຳເຕັກໂນໂລຢີສູງ ປາໄກວແຖວນແຢ໋ວນ, ເຊິ່ງແມ່ນຮູບແບບກະສິກຳທີ່ມີປະສິດທິຜົນສູງຢູ່ແຂວງ ກວາງສີ.