ກອງປະຊຸມການຮ່ວມມືສາກົນຄັ້ງທີ 6 ລະຫວ່າງບັນດາປະເທດ
ຫວຽດນາມ - ລາວ - ກຳປູເຈຍ - ມຽນມາ
(ພາບ: vtvnews)
(vovworld) - ວັນທີ 17/8, ຢູ່ນະຄອນ ດ່າໜັງ, ໄດ້ໄຂກອງປະຊຸມການຮ່ວມມືສາກົນຄັ້ງທີ 6 ລະຫວ່າງບັນດາປະເທດ ຫວຽດນາມ - ລາວ - ກຳປູເຈຍ - ມຽນມາ ເພື່ອແນໃສ່ແລກປ່ຽນບົດຮຽນໃນການຕັດສິນ ແລະ ກວດກາ, ຕິດຕາມກ່ຽວກັບງົບປະມານ, ມຸ່ງໄປເຖິງພື້ນຖານການເງິນແຫ່ງລັດມີປະສິດທິຜົນ, ໂປ່ງໃສ. ກອງປະຊຸມໂດຍກຳມະທິການການເງິນ - ງົບປະມານສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍການໜູນຊ່ວຍຈາກທະນາຄານໂລກປະຈຳ ຫວຽດນາມ.
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານ ດຣ ຟຸ່ງກວ໋ກຫຽນ ຫົວໜ້າກຳມາທິການການເງິນ - ງົບປະມານ ສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ - ລາວ - ກຳປູເຈຍ - ມຽນມາ ລ້ວນແຕ່ແມ່ນພື້ນຖານເສດຖະກິດກຳລັງພັດທະນາ, ພວມເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກເທື່ອລະກ້າວ. ເພາະສະນັ້ນ ບໍ່ວ່າການເຄື່ອນໄຫວໃດໆ ຂອງເສດຖະກິດໂລກ ລ້ວນແຕ່ມີຜົນກະທົບໂດຍກົງ ແລະ ທາງອ້ອມຕໍ່ເສດຖະກິດຂອງ 3 ປະເທດ. ການຍົກສູງຄຸນນະພາບໃນການຕັດສິນ ແລະ ຕິດຕາມກວດກາໃນຂົງເຂດການເງິນ - ງົບປະມານ ຈະສາມາດຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການນຳໃຊ້ແຫຼ່ງເງິນລົງທຶນ. ຈາກນັ້ນ ກໍມີທິດທາງ ແລະ ການກຳນົດທິດພັດຖະນາເສດຖະກິດອັນຖືກຕ້ອງ, ປະກອບສ່ວນນຳປະເທດຊາດເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ ແລະ ພັດທະນາແບບຮອບດ້ານ, ໝັ້ນຄົງ.