ຫວຽດນາມ-ລາວຮ່ວມມືໃນຂົງເຂດສຳເນົາເອກະສານ

ຫວຽດນາມ-ລາວຮ່ວມມືໃນຂົງເຂດສຳເນົາເອກະສານ - ảnh 1
ພິທີລົງນາມໃນບົດບັນທຶກຊ່ວຍຈຳ
(ພາບ: An Đăng/TTXVN)

(vovworld)- ​ ​ ບັນດາເນື້ອ​ໃນ​​ຮ່ວມ​ມືສຳຄັນຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ປີ 2016 ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ພະນັກງານ​ວິຊາ​ສຳ​ເນົາ​ເອກະສານ, ​ແລກປ່ຽນ​ບັນຊີ​ລາຍ​ຊື່​​ສຳ​ເນົາເອກະສານທີ່​ກ່ຽວຂ້ອງ​ເຖິງ​ປະຫວັດສາດ​ຫວຽດນາມ ​ແລະ ລາວ ​​ໂດຍ​ກົມ​ສຳ​​ເນົາເອກະສານ​ແຫ່ງ​ຊາດ (ກະຊວງ​ພາຍ​ໃນ​ຫວຽດນາມ) ​ແລະ ກົມ​ສຳ​ເນົາເອກະສານ​ແຫ່ງ​ຊາດ​ລາວ (ກະຊວງ​ພາຍ​ໃນ​ລາວ) ລົງ​ນາມ​ໃນ​ຕອນ​ເຊົ້າ​ວັນ​ທີ 15/7, ຢູ່ ຮ່າ​ໂນ້ຍ.

          ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ປີ 2016 ​ແລ້ວ, 2 ອົງການ​ສຳ​ເນົາເອກະສານ​ຫວຽດນາມ ​ແລະ ລາວ​ ສືບ​ຕໍ່ສະ​ເໜີ​ບັນດາ​ອົງການ​ທີ່​ມີສິດ​ອຳນາດ​ນຳ​​ເລື່ອງ​ຫວຽດນາມ​ ຈະ​ບຳລຸງ​ສ້າງປະລິ​ນຍາ​ຕີ 5 ຄົນ ​ແລະ ປະລິ​ນຍາໂທ 2 ຄົນ​ໃນ​ຂະ​ແໜງ​ສຳ​ເນົາ​ເອກະສານ​​ໃຫ້​ລາວ ເຂົ້າ​ສັນຍາ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ, ວິທະຍາສາດ, ​ເຕັກນິກ​ລະຫວ່າງ 2 ລັດຖະບານຫວຽດນາມ ​ແລະ ລາວ. 2 ຝ່າຍ​ກໍ​ສືບ​ຕໍ່​ກໍ່ສ້າງ, ​ແລກປ່ຽນ​ບັນຊີ​ລາຍ​ຊື່​ສຳ​ເນົາ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ປະຫວັດສາດ​ຫວຽດນາມ ​ແລະ ລາວ; ​​ແຈ້ງໃຫ້​ກັນຊາ​ບ ກ່ຽວ​ກັບ​ກອງ​ປະຊຸມ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ຕ່າງໆ​ໂດຍ 2 ຝ່າຍ​ຈັດ​ຕັ້ງ.

ຂ່າວ/ບົດ​ອື່ນ