(ພາບປະກອບ) |
(vovworld)- ປີ 2016, ຫວຽດນາມສູ້ຊົນຫຼຸດຜ່ອນອັດຕາຄອບຄົວທຸກຍາກແຕ່ 1,3 ຫາ 1,5%, ສະເພາະບັນດາຕາແສງ, ເມືອງທຸກຍາກ ແມ່ນຫຼຸດລົງ 4%. ເພື່ອບັນລຸເປົ້າໝາຍນີ້ໃຫ້ໄດ້, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈະຍູ້ແຮງການປະຕິບັດບັນດານະໂຍບາຍ, ໂຄງການ, ແຜຍງານຫຼຸດຜ່ອນຄວາມທຸກຍາກ. ພ້ອມກັນນັ້ນກໍຜັນຂະຫຍາຍປະຕິບັດບັນດາໂຄງການທີ່ຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດເພື່ອຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2016-2020. ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມໃຫ້ຮູ້ວ່າ :
“ ໜ້າທີ່ຂອງພວກເຮົາແມ່ນຕ້ອງສືບທອດບັນດາໝາກຜົນທີ່ບັນລຸໄດ້ກ່ຽວກັບການ ຫຼຸດຜ່ອນຄວາມທຸກຍາກໃນໄລຍະກ່ອນ ແລະ ຕ້ອງຍູ້ແຮງໃນໄລຍະທີ່ຈະມາເຖິງ. ພິເສດແມ່ນຕ້ອງເລັ່ງໃສ່ເຂດພູດອຍ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດທະເລໝູ່ເກາະ ”