ຫວຽດນາມສຸ້ຊົນຮອດປີ2020ບັນລຸຄາດໝາຍ90%ຈຳນວນປະຊາຊົນເຂົ້າຮ່ວມບັດປະກັນສຸຂະພາບ
ພາບປະກອບ
(vovworld) – ປະກັນສຸຂະພາບໄດ້ຮັບການກຳນົດວ່າແມ່ນໜຶ່ງໃນບັນດາເສົ້າຄຳ້ຕົ້ນຕໍເພື່ອຮັບປະກັນຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາະລະນະສຸກ, ອົງການປະກັນສຸຂະພາບສັງຄົມ ຫວຽດນາມ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຕ້ອງຍູ້ໄວຄວາມຄືບໜ້າໃນການປະຕິບັດຈຸດໝາຍທ່ົວປວງຊົນເຂົ້າຮ່ວມການຊື້ບັດປະກັນສຸຂະພາບ, ສຸ້ຊົນໃນປີ 2016 ບັນລຸຄາດໝາຍ 79% ຈຳນວນປະຊາຊົນເຂົ້າຮ່ວມການຊື້ບັດປະກັນສຸຂະພາບ ແລະ ຮອດປີ 2020 ຂຶ້ນເຖິງ 90%. ປະຈຸບັນ, ບາງແຂວງມີປະຊາຊົນເຂົ້າຮ່ວມການຊື້ບັດປະກັນສຸຂະພາບຂຶ້ນເຖິງເກີນ 90%, ມີບາງແຂວງບັນລຸກ່ວາ 95%. ບາງແຂວງທາງພາກເໜືອ ໄດ້ຮັບການໜູນຊ່ວຍຈາກລັດຊື້ບັດປະກັນສຸຂະພາບໃຫ້ກຸ່ມບັນດາເປົ້າໝາຍແມ່ນຊາວຊົນເຜົ່າສ່ວນໜ້ອຍ, ຄົນທຸກຍາກ, ອັດຕາຜູ້ເຂົ້າຮ່ວມສຸູງ. ໄລຍະຈະມາເຖິງ, ອົງການປະກັນສັງຄົມຫວຽດນາມ ຈະເປັນເສນາທິການ ແລະ ສະເໜີຕໍ່ລັດຖະບານມີບັນດາມາດຕະການເພື່ອເພີ່ມທະວີລະດັບປະຊາຊົນເຂົ້າຮ່ວມການຊື້ບັດປະກັນສຸຂະພາບຄື: ມອບຄວາມຮັບຜິດຊອບ, ສິດໃຫ້ປະກັນສຸຂະພາບ ຫວຽດນາມ ໃນວິວັດທົ່ວປວງຊົນມີບັດປະກັນສຸຂະພາບ.