ຫວຽດນາມສືບຕໍ່ສົມທົບກັບຍີ່ປຸ່ນໃນວິວັດການຫັນປະເທດຊາດເປັນອຸດສາຫະກຳແລະທັນສະໄໝ

ຫວຽດນາມສືບຕໍ່ສົມທົບກັບຍີ່ປຸ່ນໃນວິວັດການຫັນປະເທດຊາດເປັນອຸດສາຫະກຳແລະທັນສະໄໝ - ảnh 1
ທ່ານ​ປະທານ​ປະ​ເທດ  ​ເຈືອງ​ເຕີ໋ນຊາງ ​​
ຕ້ອນຮັບ​ທ່ານ Yoshihiko Nakagaki
(ພາບ: TTXVN)

(vovworld) – ວັນ​ທີ 3/11 ຢູ່​ສຳ​ນັກ​ງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະຫະ​ສະມາຄົມ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ຍີ່ປຸ່ນ (FEC), ​ໂດຍ​ທ່ານ Yoshihiko Nakagaki ຮອງ​ປະທານ​ສະຫະ​ສະມາຄົມ​ສົ່ງ​ເສີມ​ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ຍີ່ປຸ່ນ ທັງ​ເປັນ​ປະທານ​ຄະນະ​ກຳມະການ​ວັດທະນະທຳ ຍີ່ປຸ່ນ - ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນວ່າ: ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ໜູນ​ຊ່ວຍການ​ພັດທະນາ​ເປັນ​ທາງ​ການ (ODA) ຂອງ ຍີ່ປຸ່ນ ບໍ່ພຽງ​ແຕ່​ປະກອບສ່ວນ​ຢ່າງໃຫຍ່ຫລວງ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ​ໃນ​ໄລຍະ​ຍາວ​ທີ່ຜ່ານ​ມາ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ອະນາຄົດອີກ​ດ້ວຍ. ຫວຽດນາມ ປາດ​ຖະໜາ​ຢາກສືບ​ຕໍ່​ສົມທົບ​ກັບ ຍີ່ປຸ່ນ ​ເພື່​ອຍົກ​ສູງ​ກຳລັງ​ແກ່ງ​ແຍ້ງຂອງ​ຜະລິດ​ຕະພັນ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີ໋ນຊາງ ຫວັງ​ວ່າ ຫວຽດນາມ ສືບ​ຕໍ່​ສົມທົບ​ກັບ ຍີ່ປຸ່ນ ​ໃນ​ວິວັດ​ການ​ຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

        ສ່ວນ​ທ່ານ​ຮອງ​ປະທານ​ສະຫະ​ສະມາຄົມ​ສົ່ງ​ເສີມ​ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ຍີ່ປຸ່ນ Yoshihiko Nakagaki ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຂົງ​ເຂດ​ການ​ພົວພັນແລກປ່ຽນ​ປະຊາຊົນ ຍີ່ປຸ່ນ - ຫວຽດນາມ ພວມ​ຖືກ​ຍູ້​ແຮງ, ປະກອບສ່ວນ​ຊ່ວຍ​ປະຊາຊົນ 2 ປະ​ເທດ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ.

ຂ່າວ/ບົດ​ອື່ນ