ຫວຽດນາມສຸມໃສ່ພັດທະນາແລະມຸ່ງໄປເຖິງເປັນເຈົ້າເຕັກໂນໂລຊີອະວະກາດ

ຫວຽດນາມສຸມໃສ່ພັດທະນາແລະມຸ່ງໄປເຖິງເປັນເຈົ້າເຕັກໂນໂລຊີອະວະກາດ - ảnh 1
(ພາບ​ປະ​ກອບ)

(vovworld) –​ ​​ສະ​ພາ​ມະ​ຫາບັນ​ດິດ​ວິທະ​ຍາ​ສາດ​ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ​ໄດ້ສ້າງ​ຕັ້ງ​ສູນ​ດາວ​ທຽ​ມ​ແຫ່ງ​ຊາດ ​ດ້ວຍສູນ​ໃຫຍ່​ 4 ແຫ່ງຄື: ສູນ​ອະວະ​ກາດ​ຫວຽດ​ນາມ, ສູນ​ພັດ​ທະ​ນາ​​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ, ຫໍ​ສັງ​ເກດ​ດາວ ​ຍາ​ຈາງ ແລະ ສູນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ອະ​ວະ​ກາດ​ນະ​ຄອນ​ໂຮ່​ຈິ​ມິນ​. ສູນດ​າວ​ທຽມ​ແຫ່ງ​ຊາດ ໄດ​້​ສົມ​ທົບ​ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ຄື: ຝ​ລັ່ງ, ຍີ່​ປຸ່ນ ເພື່ອ​ສ້າງ​ລາຍ​ການກໍ່​ສ້າງ​​ວິ​ສາ​ວະ​ກອນ​ເຕັກ​ໂນ​ໂລ​ຊີ​ອະ​ວະ​ກາດ​ຫວຽດ​ນາມ ແລະ ບັນ​ດາ​ຫ້ອ​ງ​ທົ​ດ​ລອງ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ກໍ​ຄື​​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ອະ​ວະ​ກາດ; ພ້ອ​ມ​ທັງ​ມຸ່ງ​ໄປ​ເຖິງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ອະວ​ະ​ກາດ.

      ຄາດ​ຄະ​ເນ​ວ່າ, ທ້າຍ​ປີ 2016, ສູນ​ດາວ​ທຽມ​ແຫ່ງ​ຊາດ ​​ຈະຍິງ​​ດາວ​ທຽ​ມ Nano Dragon ​​ຂຶ້ນ​ໂລກ​ຈັກ​ກະ​ວານ​ ແລະ ​ເຖິງ​ປີ 2020, ຈະ​ຍິງ​ດາວ​ທຽ​ມ​ການ​ຄ້າ​ທຳ​ອິດ​ໂດຍ​ຫວຽດ​ນາມ ຜະ​ລິດ​ເອງ​ແມ່ນ LOTU Sat 2 ​​​ຂຶ້ນໂລກ​ຈັກ​ກະ​ວານ​.

ຂ່າວ/ບົດ​ອື່ນ