ຫວຽດນາມສະຫນັບສະຫນູນທຸກຄວາມມານະພະຍາຍາມຂອງປະຊາຄົມໂລກເພື່ອຕໍ່ສູ້ຕ້ານການກໍ່ການຮ້າຍ

ຫວຽດນາມສະຫນັບສະຫນູນທຸກຄວາມມານະພະຍາຍາມຂອງປະຊາຄົມໂລກເພື່ອຕໍ່ສູ້ຕ້ານການກໍ່ການຮ້າຍ - ảnh 1
ທ່ານ​ເລ​ຫາຍ​ບີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ພາບ:ອິນ​ເຕີ​ແນັດ

(vovworld)- ວັນ​ທີ 25/9, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເຫນີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ່​ຫນ້າ​ເລື່ອງ ອາ​ເມ​ລິ​ກາ ດຳ​ເນ​ີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ລັດ​ອິດ​ສະ​ລາມ IS ຢູ່ ຊີ​ຣີ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຢືນ​ຢັນ: ຫວຽດ​ນາມ ສະ​ຫນັບ​ສະ​ຫນູນ​ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ໂລກ ເພື່ອ​ຕໍ່​ສູ້​ຕ້າ​ນ​ຄືນ​ລັດ​ທິກໍ່​ການ​ຮ້າຍ​ດ້ວຍ​ທຸກ​ຮູບ​ການ​ກໍ​ຄື​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ບັດ ສ​ປ​ຊ, ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ​ກ່ຽວ​ກັບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ, ຮັບ​ປະ​ກັນ​ຄວາ​ມ​ປອດ​ໄພ​ໃຫ້​ແກ່​ສາ​ມັນ​ຊົນ. ເມ​ື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ຫວ່າງ​ແລ້ວນີ້ ຈີນ ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ຕົວ​ຈິງຫາດດອນ​ຫີນ​ນ້ຳ​ຖ້ວມ​ຢູ່​ທະ​ເລ​ຕາ​ເວັນ​ອອກກາຍເປັນ​ເກາະ​ທຽມ​​ຈຳ​ນ​ວນ​ຫນຶ່ງ, ໃນ​ນັ້ນ ມີ​ເກາະ​ກາກ​ມາ ຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ, ທ່ານ​ເລ​ຫາຍ​ບີງ ຊີ້​ແຈ້ງວ່າ:

“ທຸກ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ເຄົາ​ລົບ​ອະ​ທິ​ປະ​ໄຕ, ສິດ​ອະ​ທິດ​ປະ​ໄຕ ແລະ ອຳ​ນາດ​ສານ​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ພິ​ເສດ ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 ກໍ​ຄື​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ແລະ ບໍ່​ໄດ້​ມີ​ການ​ກະ​ທຳ​ໃດ​ໆ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ. ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ​: ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ບັນ​ດາ​ຝ່າຍ​ມີ​ສ່ວນ​ກ່ຽວ​ຂ້ອງ​ຕ້ອງ​ມີ​ຄວາ​ມ​ຮັບ​ຜິດ​ຊອບ​ຮັກ​ສາ​ສັນ​ຕ​ິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.”

ຂ່າວ/ບົດ​ອື່ນ