ຫວຽດນາມ-ສະຫະພັນລັດເຊຍເພີ່ມທະວີການຮ່ວມມືໃນຂົງເຂດນຳ້ມັນອາຍແກັດ
(ພາບປະກອບ: PVN)
(vovworld) – ວັນທີ 11/03, ກ່າວຄຳເຫັນກັບສຳນັກຂ່າວ Ria Novosti, ໂຄສົກກະຊວງການຕ່າງປະເທດລັດເຊຍ, ທ່ານນາງ Maria Zakharova ໃຫ້ຮູ້ວ່າ, ບົດຮຽນໃນການຮ່ວມມືເປັນເວລາຫຼາຍປີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຢູ່ໃນລະດັບສູງ ໄດ້ອະນຸຍາດໃຫ້ບັນດາບໍລິສັດນ້ຳມັນອາຍແກັດລັດເຊຍ ແລະ ຫວຽດນາມ ເພີ່ມທະວີການຮ່ວມມື ເຖິງວ່າສະພາບການໃນຕະຫຼາດໂລກບໍ່ສະດວກ. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາ ພາຍຫຼັງບໍລິສັດ Roneft ຫວຽດນາມ ສັງກັດກຸ່ມບໍລະສັດນ້ຳມັນອາຍແກັດ Roneft ຂອງລັດເຊຍ ເລີ່ມຂຸດເຈາະສຳຫຼວດນ້ຳມັນຢູ່ນອກຝັ່ງທະເລຂອງຫວຽດນາມ ໃນຕົ້ນເດືອນ 03. ທ່ານນາງໃຫ້ຮູ້ຕື່ມອີກວ່າ, ເລື່ອງເພີ່ມທະວີການຮ່ວມມື ຍາມໃດລັດຖະບານ 2 ປະເທດກໍຕິດຕາມກວດກາ ແລະ ປຶກສາຫາລືເປັນປະຈຳໃນຂອບເຂດບັນດາກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານການຄ້າ ແລະ ວິທະຍາສາດ - ເຕັກນິກ.