ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາ
ໄສຮ່ວມມື ອາຊີ - ເອີຣົບ (ASEM) ຄັ້ງທີ 12
(ພາບ: TTXVN)
(vovworld) – ພາຍຫລັງພິທີໄຂໃນວັນທີ 5/11, ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສຮ່ວມມື ອາຊີ - ເອີຣົບ (ASEM) ຄັ້ງທີ 12 ໄດ້ດຳເນີນວາລະປະຊຸມທຳອິດຢ່າງເປັນທາງການກ່ຽວກັບ “ການປ່ຽນແປງດິນຟ້າອາກາດ, ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງໄພທຳມະຊາດ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບູຍແທງເຊີນ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ສະເໜີການເຈລະຈາ ແລະ ຮ່ວມມື ASEM ຄວນເຊື່ອມຈອດຢ່າງແໜ້ນແຟ້ນ ກັບບັນດາເປົ້າໝາຍພັດທະນາແບບຍືນຍົງ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຮັດແຄບຄວາມຜິດໂຕນກັນໃນການພັດທະນາ, ຮັບປະກັນຊີວິດສັງຄົມ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ
ເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ ASEM, ຫວຽດນາມ ສະເໜີຂໍ້ລິເລີ່ມໃໝ່ຈັດຕັ້ງ “ກອງປະຊຸມ ASEM ກ່ຽວກັບການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງໄພທຳມະຊາດ: ມີຫົວຄິດປະດິດສ້າງ ແລະ ເຕັກໂນໂລຢີເພື່ອພັດທະນາແບບຍືນຍົງ, “ ຢູ່ ຫວຽດນາມ ໃນປີ 2016 ແລະ ໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມສ້າງຂໍ້ລິເລີ່ມຮ່ວມຈາກບັນດາປະເທດສະມາຊິກ. ຫົວໜ້າຄະນະ ຫວຽດນາມ ສະເໜີ ASEM ຕ້ອງສົມທົບກັນລະຫວ່າງບັນດາການເຄື່ອນໄຫວ, ຂໍ້ລິເລີ່ມໃນ ASEM ຢ່າງຄົບຊຸດ ແລະ ມີປະສິດທິຜົນ ກໍຄືກັບບັນດາກົນໄກອື່ນໆ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືທົ່ວໂລກ ເພື່ອພັດທະນາແບບຍືນຍົງ.