ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ລາ​ຊະ​ອະ​ນາ​ຈັກ ອັງ​ກິດ​ເຂົ້າ​ຮ່ວມສົນ​ທິ​ສັນ​ຍາ CPTPP ຢ່າງ​ແຮງ

(VOVWORLD) -ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີວ່າໃນໄລຍະຈະມາເຖິງ, ລາຊະອານາຈັກ ອັງກິດ ຈະສ້າງບ້ວງເງິນໜູນຊ່ວຍຢ່າງລະອຽດເພື່ອໜູນຊ່ວຍ ຫວຽດນາມ ປະຕິບັດການຫັນປ່ຽນພະລັງງານຢ່າງມີປະສິດທິຜົນ.
ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ລາ​ຊະ​ອະ​ນາ​ຈັກ ອັງ​ກິດ​ເຂົ້າ​ຮ່ວມສົນ​ທິ​ສັນ​ຍາ CPTPP ຢ່າງ​ແຮງ - ảnh 1ການຕ້ອນຮັບລະຫວ່າງສອງຝ່າຍ (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ)

ວັນທີ 13 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Mark Garnier ທູດພິເສດຝ່າຍການຄ້າຂອງທ່ານນາຍົກລັດຖະມົນຕີ ອັງກິດປະຈຳ ຫວຽດນາມ, ໄທ, ມຽນມາ, ບຣູໄນ, ແລະ ທ່ານ Ian Frew ເອກອັກຄະລັດຖະທູດອັງກິດປະຈຳ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ຮຽກຮ້ອງໃຫ້ ອັງກິດເພີ່ມທະວີການໜູນຊ່ວຍເພື່ອຊຸກຍູ້ສີວິວັດການຖ່າຍທອດເຕັກໂນໂລຢີຂຽວໃຫ້ແກ່ ຫວຽດນາມ, ຜ່ານນັ້ນ ຊຸກຍູ້ການຄ້າບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ຕອບສະໜອບບັນດາມາດຖານ, ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ຍາດແຍ່ງສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ລາຊະອານະຈັກ ອັງກິດ(UKVFTA) ຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນເລື່ອງອັງກິດເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ໂດຍແລກປ່ຽນກ່ຽວກັບຂົງເຂດພະລັງງານ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີວ່າໃນໄລຍະຈະມາເຖິງ, ລາຊະອານາຈັກ ອັງກິດ ຈະສ້າງບ້ວງເງິນໜູນຊ່ວຍຢ່າງລະອຽດເພື່ອໜູນຊ່ວຍ ຫວຽດນາມ ປະຕິບັດການຫັນປ່ຽນພະລັງງານຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ