ຫວຽດນາມສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບກັບ ປະເທດຕ່າງໆ
ບັນດາຜູ້ແທນເຂົ້າຮ່ວມລາຍການພົບປະແລກປ່ຽນ
(ພາບ : mod.gov.v)
(vovworld)- ຕອນບ່າຍວັນທີ 2/3, ຢູ່ຮ່າໂນ້ຍ, ທ່ານພົນໂທໂງຊວນລິກ, ເລຂາສູນກາງພັກ, ຫົວໜ້າກົມໃຫ່ຍການເມືອງກອງທັບ ປຊຊ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າກອງທັບບັນດາປະເທດລາວ, ກຳປູເຈຍ, ຈີນ ໃນໂອກາດມາຫວຽດນາມ ເຂົ້າຮ່ວມລາຍການພົບປະແລກປ່ຽນ “ເສັ້ນຊາຍແດນແຫ່ງນ້ຳໃຈມິດຕະພາບ“. ທ່ານພົນໂທໂງຊວນລິກ ໄດ້ຕີລາຄາສູງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ຈົບງາມລະຫວ່າງກອງທັບ ແລະ ກຳລັງປ້ອງກັນຊາຍແດນຂອງຫວຽດນາມ ແລະ 3 ປະເທດໃນໄລຍະຜ່ານມາ ແລະ ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ກຳລັງປ້ອງກັນຊາຍແດນຂອງຫວຽດນາມ ແລະ 3 ປະເທດຕ້ອງສົມທົບກັນ, ເປີດກ້ວາງການເຄື່ອນໄຫວແຮກສ່ຽວລະຫວ່າງບັນດາປ້ອມປ້ອງກັນຊາຍແດນ ແລະ ປຊຊ ໃນທົ່ວເຂດຊາຍແດນ; ເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງບັນດາປ້ອມປ້ອງກັນຊາຍແດນ, ສ້າງແຜນການສົມທົບກັນລາດຕາເວັນລວມ, ຕັ້ງໜ້າຕໍ່ສູ້ປ້ອງກັນ, ຕ້ານອາດສະຍາກຳປະເພດຕ່າງໆໃນບໍລິເວນເຂດຊາຍແດນຢ່າງມີປະສິດທິຜົນ.
ລາຍການພົບປະແລກປ່ຽນພິເສດ “ເສັ້ນຊາຍແດນແຫ່ງນ້ຳໃຈມິດຕະພາບ“ ໂດຍກອງບັນຊາການທະຫານປ້ອງກັນຊາຍແດນສົມທົບກັບໂທລະພາບແຫ່ງຊາດຫວຽດນາມ ຈັດຂຶ້ນໃນຕອນຄ່ຳວັນທີ 1/3 ຢູ່ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນມູນເຊື້ອທະຫານປ້ອງກັນຊາຍແດນ (3/3/1959-3/3/2014) ແລະ 25 ປີແຫ່ງວັນປ້ອງກັນຊາຍແດນທົ່ວປວງຊົນ (3/3/1989-3/3/2014)./.