( vovworld ) - ຕອນເຊົ້າວັນທີ 29/2 ຢູ່ຮ່າໂນ້ຍ, ກະຊວງພາຍໃນ, ຄະນະສາສະໜາລັດຖະບານ ໄດ້ຈັດກອງປະຊຸມສຳມະນາທີ່ມີຫົວຂໍ້ “ ບັນດາບັນຫາກ່ຽວກັບທິດສະດີ ແລະ ພຶດຕິກຳໃນວຽກງານຄຸ້ມຄອງລັດສຳລັບການເຄື່ອນໄຫວຂອງສະມາຄົມພຸດທະສາສະໜາຫວຽດນາມ ”. ທີ່ການສຳມະນາ, ບັນດາຜູ້ແທນໄດ້ຢືນຢັນວ່າ, ໃນໄລຍະ 30 ປີທີ່ຜ່ານມາ, ໂດຍມີຄວາມໃກ້ຊິດຕິດແທດກັບທິດທາງ “ ທຳມະ ແລະ ປະເທດຊາດ ແລະ ລັດທິສັງຄົມນິຍົມ ”, ສະມາຄົມພຸດທະສາສະໜາຫວຽດນາມ ໄດ້ພ້ອມກັບບັນດາສາສະໜາອື່ນປະຕິບັດທິດນຳຮ່ວມເດີນທາງພ້ອມກັບປະເທດຊາດ, ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ປະເທດຊາດ. ສະມາຄົມພຸດທະສາສະໜາຢາມໃດກໍເອົາໃຈໃສ່ໃຫ້ແກ່ຜູ້ທຸກຍາກ, ໂດຍສະເພາະແມ່ນພໍ່ແມ່ປະຊາຊົນປະສົບກັບໄພທຳມະຊາດ, ສະໜັບສະໜູນກອງທຶນຕອບບຸນແທນຄຸນ, ກອງທຶນສົ່ງເສີມການຮໍ່າຮຽນ… ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນໃນທົ່ວສະມາຄົມພຸດທະສາສະໜາຫວຽດນາມ ໄດ້ເຂົ້າຮ່ວມສະພາປະຊາຊົນຂັ້ນຕ່າງໆ, ປະກອບສ່ວນເຂົ້າໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ. ພະມະຫາອາຈານ ທີກທ້ຽນເຍີນ, ຮອງປະທານທັງເປັນເລຂາທິການໃຫຍ່ສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ.
“ ໃນໄລຍະ 30 ປີທີ່ຜ່ານມາ, ນັບແຕ່ມື້ສ້າງຕັ້ງສະມາຄົມພຸດທະສາສະໜາຫວຽດນາມ ມາຮອດປະຈຸບັນ ໄດ້ສະແດງໃຫ້ເຫັນນະໂຍບາຍເສລີໃນການເຫຼື້ອມໄສຂອງລັດສຳລັບບັນດາສາສະໜາເວົ້າລວມ. ສະມາຄົມພຸດທະສາສະໜາຫວຽດນາມ ໄດ້ເຕົ້າໂຮມສາສະໜາພຸດນິກາຍຕ່າງໆໃນທົ່ວປະເທດ. ນັ້ນແມ່ນຈຸດປະຫວັດສາດທີ່ສຳຄັນ. ບັນດາຮາກຖານວຽກງານກຸ້ສົນນດ້ານສັງຄົມພວມໄດ້ຮັບການສ້າງຕັ້ງຂື້ນ. ຜ່ານນັ້ນພິສູດໃຫ້ເຫັນຄວາມເສລີໃນການເຫຼື້ອມໄສ ແລະ ການຊ່ວຍເຫຼືອຂອງລັດສຳລັບສະມາຄົມພຸດທະສາສະໜາຫວຽດນາມ ໃນປະຈຸບັນ ແລະ ອະນາຄົດ ”.