ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ່ນຢຸງ ແລະ
ທ່ານປະທານາທິບໍດີ ອີຕາລີ Sergio Mattarella
(ພາບ: VGP/NhatBac)
(vovworld) – ຕອນບ່າຍວັນທີ 6/11ທີ່ການຕ້ອນຮັບທ່ານປະທານາທິບໍດີ ອີຕາລີ Sergio Mattarella ພວມຢູ່ຢ້ຽມຢາມ ຫວຽດນາມ, , ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ່ນຢຸງ ປາດຖະໜາວ່າ: ຫວຽດນາມ ແລະ ອີຕາລີ ຈະຮ່ວມມື ໃນທຸກຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສູ້ຊົນບັນລຸຈຸດໝາຍວົງເງິນການຄ້າ 2 ຝ່າຍຂຶ້ນເຖິງລະດັບ 5 ຕຶ້ USD ໃນປີ 2016. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຫວຽດນາມ ກໍຫວັງວ່າ: ບັນດາວິສາຫະກິດຂອງ ອີຕາລີ ຈະເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ພິເສດແມ່ນໃນຂົງເຂດນ້ຳມັນອາຍແກັສ, ພະລັງງານ, ພື້ນຖານໂຄງລ່າງ, ຕ່ຳແຜ່ນຕັດຫຍິບ, ເກີບ…
ສ່ວນທ່ານປະທານາທິບໍດີ Sergio Mattarella ໃຫ້ຮູ້ວ່າ: ການຢ້ຽມຢາມຂອງທ່ານ ເພື່ອແນໃສ່ຢືນຢັນຄວາມຕັດສິນໃຈຂອງ ອີຕາລີ ໃນການເພີ່ມທະວີສາຍພົວພັນກັບ ຫວຽດນາມ ແລະ ເຊື່ອໝັ້ນວ່າ: ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ ເພາະວ່າຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດນີ້ ຍັງໃຫຍ່ຫລວງ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານາທິບໍດີ Sergio Mattarella ຫວັງວ່າ: ບັນດາຝ່າຍຈະບໍ່ມີການກະທຳຕາມລຳພັງຝ່າຍດຽວ ເຮັດໃຫ້ສະພາບການເຄັ່ງຕຶງ ແລະ ຂາດສະຖຽນລະພາບຢູ່ທະເລຕາເວັນອອກ; ພ້ອມກັນນັ້ນ ຕີລາຄາສູງຫລັກໝັ້ນ ແລະ ການກະທຳຂອງ ຫວຽດນາມ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມສະຖຽນລະພາບຢູ່ພາກພື້ນ.