(ພາບປະກອບ: tapchicongnghiep.vn)
(vovworld)- ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP) ຫາກໍ່ອອກແຈ້ງການໜັງສືພິມ ຄັດຄ້ານກະຊວງການຄ້າອາເມລິກາ (DOC) ອອກຄຳຕັດສິນສຸດທ້າຍ ໃຫ້ແກ່ການພິຈາລະນາບໍລິຫານຄັ້ງທີ 8 ໄລຍະ 2010-2011 ກ່ຽວກັບອັດຕາພາສີຕ້ານການຂາຍບຸບລາຄາສຳລັບປາຈາແຊເຢັນຂອງຫວຽດນາມ ນຳເຂົ້າຕະຫຼາດອາເມລິກາ. ໃນຂໍ້ຕົກລົງນີ້, DOC ໄດ້ຈັດວາງອັດຕາພາສີຕ້ານການຂາຍບຸບລາຄາກ່ວາ 100% ສຳລັບປາຈາແຊເຢັນນຳເຂົ້າຈາກຫວຽດນາມ. VASEP ໃຫ້ຮູ້ວ່າ ຈະປະຕິບັດມາດຕະການປົກປ້ອງຂະແໜງປາຈາຜ່ານການເຄື່ອນໄຫວນິຕິກຳ, ຮຽກຮ້ອງໃຫ້ DOC ປັບປຸງຂໍ້ຕົກລົງສຸດທ້າຍ ຂອງການພິຈາລະນາບໍລິຫານຄັ້ງທີ 8 ຕາມກົດໝາຍອາເມລິກາ ກໍ່ຄືບັນດາຂໍ້ຕົກລົງຂອງອົງການການຄ້າໂລກ.