ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດກວ່າອີກ
(ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມື
ໃນຂົງເຂດອຸດສາຫະກຳປ້ອງກັນຊາດກວ່າອີກ)
(vovworld) - ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດຍິງກວ່າອີກ. ນີ້ແມ່ນຄຳເຫັນລວມຂອງພົນໂທ ຫງວຽນຈິວິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ Michael Walter Michalak, ຮອງປະທານຂັ້ນສູງສະພາການຄ້າອາເມລິກາ - ອາຊຽນ, ທີ່ການພົບປະໃນຕອນບ່າຍວັນທີ 16/03, ຢູ່ຮ່າໂນ້ຍ. 2 ຝ່າຍໄດ້ເຫັນດີນຳກັນວ່າ ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາໄດ້ພັດທະນາຕາມທິດນັບມື້ນັບດີງາມກວ່າ; ໃນນັ້ນມີຂົງເຂດຮ່ວມມືປ້ອງກັນຊາດ; ການຮ່ວມມືໜູນຊ່ວຍມະນຸດສະທຳ, ຮັບມືກັບໄພທຳມະຊາດ… ພົນໂທ ຫງວຽນຈິວິ້ງ ໃຫ້ຮູ້ວ່າ, ການຮ່ວມມືດ້ານອຸດສາຫະກຳປ້ອງກັນປະເທດລະຫວ່າງ 2 ປະເທດໃນປະຈຸບັນ ຍັງບໍ່ທັນເໝາະສົມກັບການພົວພັນຢ່າງມີປະສິດທິຜົນຂອງ 2 ຝ່າຍເທື່ອ. ໂດຍເຫັນດີກັບທັດທະນະຂອງ ພົນໂທ ຫງວຽນຈິວິ້ງ, ທ່ານ Michael Walter Michalak ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ອາເມລິກາ ຈະແຕ່ງຕັ້ງຄະນະວິສາຫະກິດມາຫວຽດນາມ ເພື່ອຊອກຮູ້ຄວາມສາມາດກ່ຽວກັບການຮ່ວມມືຂອງບັນດາວິສາຫະກິດປ້ອງກັນປະເທດ ຫວຽດນາມ.