ເສັ້ນທາງຄວາມໄວສູງຂອງຫວຽດນາມ
(vovworld) – ວັນທີ 29/4, ກະຊວງການເງິນ ໃຫ້ຮູ້ວ່າ: ອົງການຈັດອັນດັບຄວາມໄວ້ວາງໃຈ Standard & Poor’s (S&P) ຢັ້ງຢືນວ່າ: ລະດັບຄວາມໄວ້ວາງໃຈຂອງ ຫວຽດນາມ ແມ່ນໃນລະດັບ BB-/B, ແງ່ຫວັງເປັນປົກກະຕິ. ໝາກຜົນຂອງການຈັດອັນດັບຄວາມໄວ້ວາງໃຈຄັ້ງນີ້ສຳລັບ ຫວຽດນາມ ບໍ່ປ່ຽນແປງເມື່ອທຽບໃສ່ລະດັບໂດຍ S&P ປະກາດເມື່ອເດືອນ 3/2015. ລະດັບແງ່ຫວັງເປັນປົກກະຕິສ່ອງແສງໃຫ້ເຫັນການເຕີບໂຕດ້ານເສດຖະກິດ ແລະ ບັນດາປັດໄຈເສດຖະກິດມະຫາພາກຂອງ ຫວຽດນາມ ທີ່ອົງການນີ້ກໍ່ຄືປະຊາຄົມບັນດານັກລົງທຶນຕີລາຄາເປັນຢ່າງດີ ແລະ ມີແງ່ຫວັງປົວແປງດີຂຶ້ນ.
ຕາມກະຊວງການເງິນແລ້ວ, ບັນດາປັດໄຈທີ່ S&P ຕີລາຄາຕັ້ງໜ້າ, ປະກອບສ່ວນຮັກສາລະດັບຈັດອັນດັບຄວາມໄວ້ວາງໃຈຂອງ ຫວຽດນາມ ລວມມີ: ຫວຽດນາມ ແມ່ນປະເທດມີລະດັບລາຍຮັບປານກາງຕຳ່ແຕ່ພື້ນຖານເສດຖະກິດຫຼາຍຮູບຫຼາຍແບບພໍສົມຄວນ ແລະ ມີລັກສະນະໄຫວພິບ. ລາຍຮັບສະເລ່ຍໃສ່ຫົວຄົນຄາດວ່າບັນລຸ 2.200 USD ໃນປີ 2016. ເສດຖະກິດມະຫາພາກສືບຕໍ່ຢູ່ໃນລະດັບສູງພໍສົມຄວນ, ສົ່ງຜົນສະທ້ອນຢ່າງຕັ້ງໜ້າເຖິງການສົ່ງອອກ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ.