ທ່ານ ຫວູຈ້ອງກີມ ຕ້ອນຮັບທ່ານພົນຈັດຕະວາ Tollar Tibor
(ພາບ: daidoanket.vn)
(vovworld) – ຕອນບ່າຍວັນທີ 25/11 ຢູ່ຮ່າໂນ້ຍ, ທ່ານ ຫວູຈ້ອງກີມ ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບກຸ່ມບໍລິສັດ GAMA ຂອງ ຮຸ່ງກາຣີ ໂດຍທ່ານພົນຈັດຕະວາ Tollar Tibor, ຫົວໜ້າກົມໃຫຍ່ແຫ່ງຊາດກ່ຽວກັບການກູ້ໄພກູ້ຊີບປົກປັກຮັກສາ ແລະ ແກ້ໄຂເຫດທີ່ເກີດມາຈາກສິ່ງແວດລ້ອມ, ໄພພິບັດຂອງ ຮຸ່ງກາຣີ, ເນື່ອງໃນໂອກາດ ຄະນະຜູ້ແທນມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫວູຈ້ອງກີມ ຊີ້ແຈ້ງວ່າ: ເລື່ອງການນຳກຸ່ມບໍລິສັດ GAMA ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແມ່ນໂອກາດ ເພື່ອ 2 ຝ່າຍແລກປ່ຽນ, ແບ່ງປັນບົດຮຽນໃນການກູ້ໄພກູ້ຊີບ, ປົກປັກຮັກສາ ແລະ ແກ້ໄຂເຫດທີ່ເກີດມາຈາກສິ່ງແວດລ້ອມ, ໄພພິບັດ.
ສ່ວນທ່ານພົນຈັດຕະວາ Tollar Tibor ຢືນຢັນວ່າ: ຮຸ່ງກາຣີ ແລະ ກົມໃຫຍ່ແຫ່ງຊາດກ່ຽວກັບການກູ້ໄພກູ້ຊີບ, ປົກປັກຮັກສາ ແລະ ແກ້ໄຂເຫດທີ່ເກີດມາຈາກສິ່ງແວດລ້ອມ, ໄພພິບັດຂອງ ຮຸ່ງກາຣີ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍບົດຮຽນໃຫ້ແກ່ ຫວຽດນາມ ໃນຂົງເຂດຮັບປະກັນຄວາມປອດໄພພະລັງງານປະລະມານູ, ປ້ອງກັນຕ້ານອັກຄີໄພ, ຮັບມືກັບໄພພິບັດທຳມະຊາດຕ່າງໆ.