ຫວຽດນາມຮັບຕຳແໜ່ງປະທານ APPF ອາຍຸການ 2017 - 2018

(VOVWORLD) -ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ຫໍປະຊຸມເອກະພາບ, ນະຄອນໂຮ່ຈິມິນ, ໄດ້ດຳເນີນພິທີມອບຮັບຕຳແໜ່ງປະທານເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF) ອາຍຸການ 2017 – 2018. 
ຫວຽດນາມຮັບຕຳແໜ່ງປະທານ APPF ອາຍຸການ 2017 - 2018 - ảnh 1(ທ່ານຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ  ກ່າວຄຳເຫັນທີ່ພິທີ)

ທີ່ພິທີ, ໂດຍຕາງໜ້າປະທານສະພາແຫ່ງຊາດຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຮັບຕຳແໜ່ງປະທານ APPF ຈາກຜູ້ຕາງໜ້າຂອງປະທານສະພາແຫ່ງຊາດ Fiji, ປະທານ APPF ຄັ້ງທີ 25, ທ່ານ Ruveni N.Nadalo, ຮອງປະທານສະພາແຫ່ງຊາດສ. Fiji.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະແດງຄວາມເອກອ້າງທະນົງໃຈຂອງສະພາແຫ່ງຊາດທີ່ໄດ້ຮັບຄວາມເຊື່ອໝັ້ນມອບໝາຍໜ້າທີ່ສຳຄັນເປັນປະທານເວທີປາໄສ APPF ໃນໄລຍະ 2017 – 2018 ຈາກບັນດາລັດຖະສະພາສະມາຊິກຂອງ APPF ແລະ ປະທານກິຕິມະສັກ APPF Nakasone.

       “ໂດຍສືບຕໍ່ບັນດາຜົນສຳເລັດຂອງສະພາແຫ່ງຊາດຫວຽດນາມໃນບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດລັດຖະສະພາຫຼາຍຝ່າຍໃນໄລຍະມໍ່ໆມານີ້ຄື: ກອງປະຊຸມສະມັດສາໃຫຍ່ IPU – 132 ເຊິ່ງຖືກດຳເນີນຢູ່ຮ່າໂນ້ຍ ໃນເດືອນ ມີນາ 2015 ແລະ ກອງປະຊຸມສະມັດຊາໃຫຍ່ AIPA – 31 ໃນເດືອນ ກັນຍາ 2010… ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາສຸມໃສ່ ແລະ ສະຫງວນຄວາມມານະພະຍາຍາມສູງສຸດເພື່ອຈັດຕັ້ງກອງປະຊຸມປະຈຳປີ APPF – 26 ໃຫ້ບັນລຸຜົນສຳເລັດ. ພວກຂ້າພະເຈົ້າປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຂອງທ່ານປະທານ IPU, ທ່ານເລຂາທິການໃຫຍ່ IPU, ການສົມທົບກັນຂອງສະພາແຫ່ງຊາດດບັນດາປະເທດເພື່ອໃຫ້ກອງປະຊຸມ APPF – 26 ບັນລຸຜົນສຳເລັດຢ່າງຈົບງາມ”.

ຕອບກັບ

ຂ່າວ/ບົດ​ອື່ນ