ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ
(ພາບປະກອບ: TTXVN)
(vovworld) - ປີ 2015 ໄດ້ກ້າວເຂົ້າສູ່ປະຫວັດສາດຂອງສະຫະປະຊາຊາດ, ດ້ວຍບັນດາຂີດໝາຍສຳຄັນຕ່າງໆ, ນັ້ນແມ່ນການຮັບຮອງເອົາລາຍການດຳເນີນງານພັດທະນາແບບຍືນຍົງເຖິງປີ 2030. ແຜນການດຳເນີນງານ Addis Ababa ເພື່ອລະດົມແຫຼ່ງກຳລັງໃຫ້ແກ່ການພັດທະນາ, ຂອບເຂດ Sendai ເພື່ອຮັບມື ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ຂໍ້ຕົກລົງ ປາຣີ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…
ວັນທີ 2/2, ໃນການຕອບສຳພາດຕໍ່ນັກຂ່າວສື່ມວນຊົນ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໃຫ້ຮູ້ວ່າ, ເລື່ອງຜັນຂະຫຍາຍບັນດາໂຄງການ, ແຜນການດຳເນີນງານ ໂດຍ ສະຫະປະຊາຊາດ ວາງອອກ, ທັງແມ່ນກາລະໂອກາດ, ທັງແມ່ນສິ່ງທ້າທາຍສຳລັບ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດກໍ່ຊີ້ແຈ້ງວ່າ, ບັນດາຄາດໝາຍນີ້ຖືກສ່ອງແສງໃນບັນດາແຜນນະໂຍບາຍພັດທະນາຂອງພັກ ແລະ ລັດ ຫວຽດນາມ, ໃນນັ້ນພົ້ນເດັ່ນແມ່ນ ການເຕີບໂຕເສດຖະກິດຢ່າງໄວ ແລະ ໝັ້ນຄົງ. ການແກ້ໄຂບັນດາບັນຫາສັງຄົມເປັນຢ່າງດີ. ດ້ານອື່ນ, ໃນຊຸມປີຜ່ານມາ, ຫວຽດນາມສາມາດສ້າງຕັ້ງການພົວພັນອັນສະໜິດສະໜົມ ແລະ ສະບົດຮຽນຫຼາຍຢ່າງໃນການຮ່ວມມືພັດທະນາກັບຫຼາຍປະເທດຄູ່ຮ່ວມມື, ພິເສດແມ່ນບັນດາອົງການ ສະຫະປະຊາຊາດ.