ຫວຽດນາມຮຽກຮ້ອງໃຫ້WHOເພີ່ມທະວີການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ

ຫວຽດນາມຮຽກຮ້ອງໃຫ້WHOເພີ່ມທະວີການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ - ảnh 1
ພາບປະກອບ

(vovworld) - ວາລະ​ປະຊຸມ​ຄັ້ງ​ທີ 67 ຂອງ​ອົງການ​ອະນາ​ໄມ ​ໂລກ (WHO) ຖືກ​ຈັດ​ຕັ້ງ​​ແຕ່​ວັນ​ທີ 19 ຫາ 24/5 ຢູ່​ເຊີ​ແນວ, ​ປະ​ເທດ ສະ​ວິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 194 ປະ​ເທດ​ສະມາຊິກ, ​ໃນ​ນັ້ນ​ມີ ຫວຽດນາມ​.

        ທີ່​ວາລະ​ປະຊຸ​ມຄົບ​ຄະນະ​ຂອງ​ສະມັດຊາ​ໃຫຍ່, ຄະນະ​ຜູ້​ແທນ ຫວຽດນາມ, ​ໂດຍທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ​ເລກ​ວາງ​ເກື່ອງ ​ນຳ​ໜ້າໄດ້​ມີ​ບົດ​ທາ​ບທາມ​ສຳຄັນ​ຕາງໜ້າ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ກ່ຽວ​ກັບ​ຜົນ​ສະທ້ອນ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສຳລັບ​ສຸຂະພາບ​ຂອງ​ມະນຸດ, ສຳລັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ. ຜ່ານ​ນັ້ນ, ຫວຽດນາມ ຮຽກຮ້ອງ​ໃຫ້ WHO ​ແລະ ບັນດາ​ອົງກນ ສປຊ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ, ປະຕິບັດ​ບັນດາ​ໂຄງການ, ລາຍການ​ມີ​ປະສິດທິ​ຜົນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຫວຽດນາມ ກໍ່​ຊີ້​ແຈ້ງ​ຄວາມ​ເອົາ​ໃຈ​ໃສ່​ຂອງ ລັດຖະບານ ​ແລະ ບັນດາ​ກະຊວງ​ສາທາລະນະ​ສຸກ ​ໃນ​ການ​ກໍ່ສ້າງ, ປະກາດ​ໃຊ້ ​ແລະ ປະຕິບັດ​ບັນດາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ​ແລະ ​ແຜນການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ສາທາລະນະ​ສຸກ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໄພ​ນາບ​ຂູ່​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຮອດ​ປີ 2020.

 


ຂ່າວ/ບົດ​ອື່ນ