ຫວຽດນາມຮຽກຮ້ອງ ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນຂະບວນວິວັດແຫ່ງການສ້າງສັນຕິພາບຢູ່ອາບການິດສະຖານ
(VOVWORLD) -ວັນທີ 27 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍຕາມຮູບການ Arria ກ່ຽວກັບເນື້ອໃນ “ແມ່ຍິງ ແລະ ວິວັດແຫ່ງການສ້າງສັນຕິພາບຢູ່ອາບກະນິດສະຖານ: ຮັບປະກັນການເຂົ້າຮ່ວມຂອງແມ່ຍິງ ແລະຊຸກຍູ້ສິດທິຂອງເຂົາເຈົ້າ”ໂດຍເຢຍລະມັນ, ອິນໂດເນເຊຍ, ລາຊະອານາຈັກອັງກິດ ແລະ ອາບການິດສະຖານຮ່ວມກັນຈັດຕັ້ງ.
ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN) |
ກອງປະຊຸມຕາມຮູບການ Arria ແມ່ນຮູບການກອງປະຊຸມບໍ່ເປັນທາງການຂອງສະພາຄວາມໝັ້ນຄົງ ສປຊ ເພື່ອແນໃສ່ແລກປ່ຽນໃນວົງກ້ວາງກັບບັນດາປະເທດສະມາຊິກ ສປຊ, ບັນດາອົງການຈັດຕັ້ງສາກົນ/ສ່ວນບຸກຄົນເຄື່ອນໄຫວໃນຫຼາຍຂົງເຂດທີ່ກ່ຽວຂ້ອງ.
ໃນບົດກ່າວປາໄສຂອງຕົນ, ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມສະໜັບສະໜູນຕໍ່ວິວັດແຫງ່ການສ້າງສັນຕິພາບໂດຍຊາວ ອາບການິດສະຖານນຳໜ້າ ແລະ ເປັນເຈົ້າການ, ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ຜັນຂະຫຍາຍມະຕິເລກທີ 2513 ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການສະໜັບສະໜູນຂໍ້ຕົກລົງສ້າງສັນຕິພາບ ໃນວັນທີ 29 ກຸມພາ 2020, ແບ່ງປັນບັນດາສິ່ງທ້າທາຍເຊິ່ງ ແມ່ຍິງ ແລະ ເດັກນ້ອຍຍິງພວມປະເຊີນໜ້າ ແລະ ຄວາມຈຳເປັນຕ້ອງແກ້ໄຂບັນດາບັນຫາ ສິ່ງທ້າທາຍນີ້, ພິເສດແມ່ນຊຸກຍູ້ການສ້າງສັນຕິພາບແບບຍືນຍົງ ແລະ ພັດທະນາເສດຖະກິດ - ສັງຄົມ.